ອາເມລິກາ ຢືນຢັນຈະສຸມໃສ່ເຂົ້າບັນດາມາດຕະການການທູດສຳລັບບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 10 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ກ່າວເຕືອນວ່າ ສົງຄາມກັບ ສປປ.ເກົາຫຼີ ຈະ “ຮ້າຍແຮງ”
ອາເມລິກາ ຢືນຢັນຈະສຸມໃສ່ເຂົ້າບັນດາມາດຕະການການທູດສຳລັບບັນຫາ ສປປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis (ພາບ: ABC News)

ແຕ່ທ່ານກໍ່ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມທາງການທູດ ພວມນຳມາເຊິ່ງໝາກຜົນ. ກ່າວຄຳເຫັນໃນເຫດການໜຶ່ງ ທີ່ຈັດຕັ້ງຢູ່ລັດ California, ທ່ານລັດຖະມົນຕີ Mattis ຊີ້ແຈ້ງວ່າ: ວິນາດສະກຳສົງຄາມ ຮັບຮູ້ໄດ້ຢ່າງຈະແຈ້ງແລ້ວ ບໍ່ຕ້ອງໃຫ້ພັນລະນາຫຍັງຕື່ມອີກ ນອກຈາກຄວາມຈິງທີ່ວ່າ ມັນຈະຮ້າຍແຮງທີ່ສຸດ. ທ່ານກໍ່ເປີດເຜີຍກ່ຽວກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງທ່ານ ແມ່ນກະກຽມຄວາມພ້ອມບັນດາວິທີການທະຫານ “ໃນກໍລະນີຈຳເປັນຕ້ອງ”. ເຖິງຢ່າງໃດກໍ່ຕາມ, ຜູ້ນຳໜ້າທຳນຽບ 5 ແຈເນັ້ນໜັກວ່າ ປະຈຸບັນ ອາເມລິກາ ໄດ້ສຸມໃສ່ເຂົ້າໃນບັນດາມາດຕະການການທູດ, ບັນດາຄວາມມານະພະຍາຍາມນີ້ ພວມນຳມາເຊິ່ງໝາກຜົນ ແລະ ວໍຊິງຕັນ ຢາກຮັກສາທິດທາງນັ້ນໄວ້.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຍົກອອກຄຳຖະແຫຼງດັ່ງກ່າວ ເມື່ອບໍ່ດົນມານີ້ ພາຍຫລັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວເຕືອນ ສປປ.ເກົາຫຼີ ວ່າ ປະເທດນີ້ ຄວນມີຄວາມ “ເປັນຫ່ວງທີ່ສຸດ” ຖ້າຫາກຄິດເຖິງເລື່ອງບຸກໂຈມຕີ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ