(vovworld) – ວັນທີ 24/07, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ຊົມເຊີຍທ່ານ Joko Widodo, ປະທານາທິບໍດີຜູ້ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຂອງອີນໂດເນເຊຍ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນກັບລັດຖະບານໃໝ່ຂອງປະເທດນີ້.
ກ່າວຄຳເຫັນໃນການເຈລະຈາກັບທ່ານ Widodo, ທ່ານປະທານາທິບໍດີ Obama ສະແດງການສະໜັບສະໜູນຂອງອາເມລິກາ ທີ່ມີຕໍ່ໝາກຜົນການເລືອກຕັ້ງເມື່ອວັນທີ 09/07, ເຊິ່ງຕາມນັ້ນແລ້ວ ທ່ານ Widodo ໄດ້ຮັບກຳນົດວ່າເປັນຜູ້ຍາດໄດ້ໄຊຊະນະ ດ້ວຍອັດຕາບັດສະໜັບສະໜູນຫຼາຍກວ່າຄູ່ແຂ່ງ 6%. ການນຳອາເມລິກາ ເນັ້ນໜັກເຖິງຄວາມສຳຄັນຂອງອີນໂດເນເຊຍ ສຳລັບພາກພື້ນ ແລະ ຢືນຢັນຄືນໃໝ່ນະໂຍບາຍສ້າງຄວາມດູ່ນດ່ຽງຄືນໃໝ່ຂອງອາເມລິກາ ສຳລັບອາຊີ - ປາຊີຟິກ. ທ່ານປະທານາທິບໍດີ Obama ກໍ່ຊີ້ແຈ້ງບົດບາດສຳຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງອາເມລິກາ - ອີນໂດເນເຊຍ ເຊິ່ງ 2 ປະເທດໄດ້ລົງນາມໃນການໄປຢ້ຽມຢາມອີນໂດເນເຊຍ ຂອງທ່ານປະທານາທິບໍດີ Obama ເມື່ອເດືອນ 11/2010.