ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ
ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: AFP/TTXVN)
(vovworld) – ໃນການເຈລະຈາທາງໂທລະສັບທີ່ແກ່ຍາວເປັນເວລາ 1 ຊົ່ວໂມງວັນທີ 28/01, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີເປັນເອກະພາບສ້າງການພົວພັນ 2 ຝ່າຍຄືນໃໝ່ ກໍ່ຄືການຮ່ວມມືຢູ່ ຊີຣີ. ຄຳຖະແຫຼງຂອງວັງ Krenlin ໃຫ້ຮູ້ວ່າ: ໃນການເຈລະຈາທາງໂທລະສັບຄັ້ງທຳອິດລະຫວ່າງການນຳ 2 ທ່ານ ນັບແຕ່ເມື່ອທ່ານ Trump ຂຶ້ນກຳອຳນາດ, “2 ຝ່າຍສະແດງໃຫ້ເຫັນຄວາມກຽມພ້ອມສົມທົບກັນເປັນເຈົ້າການ ເພື່ອເຮັດໃຫ້ການພົວພັນ ລັດເຊຍ - ອາເມລິກາ ເປັນປົກກະຕິ ແລະ ພັດທະນາ”. ຄຳຖະແຫຼງໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Putin ໄດ້ຢືນຢັນຄວາມສະໜັບສະໜູນຕໍ່ການສ້າງປະສານສົບທົບກັນຢ່າງແທດຈິງລະຫວ່າງ ລັດເຊຍ ແລະ ອາເມລິກາ ເພື່ອແນໃສ່ດັບສູນອົງການກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ແລະ ບັນດາກຸ່ມກໍ່ການຮ້າຍອື່ນໆຢູ່ ຊີຣີ. ວັງ Krenlin ບໍ່ເຕື້ອງເຖິງບັນຫາຍົກເລີກຄຳສັ່ງລົງໂທດຂອງ ອາເມລິກາ ທີ່ເລັ່ງໃສ່ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງເລື່ອງ ມົດສະກູ ໂຮມເຂົ້າແຫຼມ Crimea ຂອງ ຢູແກຼນ ຫາກພຽງແຕ່ໃຫ້ຮູ້ວ່າ ການນຳ 2 ທ່ານເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຟື້ນຟູບັນດາສາຍພົວພັນດ້ານການຄ້າ ແລະ ເສດຖະກິດເທົ່ານັ້ນ.