(vovworld) - ວັນທີ 13/6, ຢູ່ວໍຊິງຕັນ ແຫ່ງອາເມລິກາ, ໄດ້ດຳເນີນການໂອ້ລົມສົນທະນາ ຍຸດທະສາດຄັ້ງທີ 3 ລະຫວ່າງ ອາເມລິກາ - ອິນເດຍ . ທ່ານນາງລັດຖະມົນຕີການຕ່າງປະເທດອາເມລິກາ Hilary Clinton ແລະ ຄູ່ຕ່ຳແໜ່ງອິນເດຍ S.M. Krishna ເປັນປະທານການໂອ້ລົມສົນທະນາ. ສອງຝ່າຍໄດ້ປຶກສາຫາລືບັນດານບັນຫາທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະທີ່ຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ກໍສະແດງໃຫ້ເຫັນການສະໜັບສະໜູນນະໂຍບາຍພັດທະນາຂອງອີນເດຍ ແລະ ເນັ້ນໜັກເຖິງບົດບາດຂອງສອງປະເທດໃນພາກພື້ນອາຊີປາຊີຟິກ.
“ອາເມລິກາ ສືບຕໍ່ສະໜັບສະໜູນນະໂຍບາຍຫັນໄປສູ່ທິດຕາເວັນອອກຂອງອິນເດຍ. ສອງປະເທດລ້ວນແຕ່ມີບົດບາດສຳຄັນໃນອະນາຄົດຂອງພາກພື້ນອາຊີປາຊີຟິກທີ່ຂະຫຍັນຂັນເຂື່ອນ ແລະ ສອງປະເທດຄວນເປີດກ້ວາງວຽກງານຕາມທິດສອງຝ່າຍ ແລະ ອະນຸມັດຜ່ານບັນດາອົງການຫຼາຍຝ່າຍຄື ກອງປະຊຸມຂັ້ນສູງອາຊີ, ເວທີປາໄສພາກພື້ນອາຊຽນ ເພື່ອສ້າງອົງປະກອບພາກພື້ນສາມາດຊຸກຍູ້ການເຕີບໂຕເສດຖະກິດ, ແກ້ໄຂການພິດພາດດ້ວຍສັນຕິວິທີ ແລະ ຮັກສາບັນດາສິດ ແລະ ມາດຖານອັນເປັນພື້ນຖານໄດ້”
ສ່ວນທ່ານລັດຖະມົນຕີການຕ່າງປະເທດອິນເດຍ Krishna ໄດ້ຖືວ່າ ບັນດາສິ່ງທີ່ກ່ອນນີ້ຖືກຖືວ່າແມ່ນໃໝ່ອ່ຽມ ແລະ ບໍ່ທັນມີມາກ່ອນໃນການພົວພັນອາເມລິກາ - ອິນເດຍ ປະຈຸບັນໄດ້ກາຍເປັນການຮ່ວມມືປະຈຳວັນ ແລະ ທົ່ວໄປລະຫວ່າງສອງປະເທດ.