ອາ​ເມ​ລິ​ກາ ອັບເດັດ ແຜນ​ທີ່ ອິດ​ສະ​ລາ​ແອັນລວມ​ມີ : ພູ​ພຽງ Golan

(VOVWORLD) -   ວັນທີ 17 ເມສາ, ສື່ມວນຊົນ ອິດສະລາແອັນ ໄດ້ລົງຂ່າວວ່າ ອາເມລິກາໄດ້ອັບເດັດ ແຜນທີ່ຢ່າງເປັນທາງການຂອງ ອິດສະລາແອັນ, ໃນນັ້ນ ພູພຽງ Golan ແມ່ນສ່ວນໜຶ່ງຂອງ ປະເທດຕາເວັນອອກກາງນີ້.
ອາ​ເມ​ລິ​ກາ ອັບເດັດ ແຜນ​ທີ່ ອິດ​ສະ​ລາ​ແອັນລວມ​ມີ : ພູ​ພຽງ Golan - ảnh 1 ຮົ້ົ້ວກັ້ນລະຫວ່າງເຂດພູພຽງ Golan ໂດຍຖືກອິດສະລາແອນຢືດຄອງ ກັບ ລີບີ (ພາບ: Tablet Magazine) 

ໜັງສືພິມ Haatetz ໄດ້ລົງຂ່າວກ່ຽວກັບການອັບເດດແຜນທີ່ ຂອງ ອິດສະລາແອັນເຊິ່ງໄດ້ດາວໂຫຼດເອົາໃນສື່ສັງຄົມອອນລາຍ Twitter  ຂອງທ່ານ Jason Greenblatt ທູດພິເສດ ປະທານາທິບໍດີ ອາເມລິກາ ທີ່ຮັບຜິດຊອບເຂດຕາເວັນອອກກາງ. ເຖິງຢ່າງໃດກໍ່ຕາມ, ເຂດຝັ່ງທະເລທາງທິດຕາເວັນຕົກຍັງປະກົດຕົວຢູ່ແຜນທີ່ນັ້ນແມ່ນພາກສ່ວນດິນແດນຕ່າງຫາກ, ບໍ່ແມ່ນພາກສ່ວນທາງການຂອງ ອິດສະລາແອັນ

        ວັນທີ 25 ມີນາ ທີ່ຜ່ານມາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ລົງນາມໃນລັດຖະດຳລັດສະບັບໜຶ່ງທີ່ຮັບຮອງເອົາອະທິປະໄຕຂອງອິດສະລາແອັນສຳລັບພູພຽງ Golan. ເອກະສານສະບັບດັ່ງກ່າວໄດ້ລົງນາມຢູ່ທຳນຽບຂາວດ້ວຍການເປັນສັກຂີພິຍານຂອງທ່ານ ນາຍົກລັດຖະມົນຕີ ອິດສະລາແອັນແລະມີການຄັດຄ້ານຢ່າງແຮງຈາກຫຼາຍປະເທດໃນໂລກ

ຕອບກັບ

ຂ່າວ/ບົດ​ອື່ນ