ອາເມລິກາ - ອີຣານ ດຳເນີນການເຈລະຈາ 2 ຝ່າຍ
ຜູ້ຕາງໜ້າກຸ່ມ P5+1 ແລະ ອີຣານ ຢູ່ການເຈລະຈາຢູ່ ເຊີແນວ
(ພາບ: Reuters)
(vovworld) – ຕອນບ່າຍວັນທີ 15/10, ເຈົ້າໜ້າທີ່ກະຊວງການຕ່າງປະເທດ ອາເມລິກາ ທ່ານໜຶ່ງ ໃຫ້ຮູ້ວ່າ: ຄະນະຜູ້ແທນເຂົ້າຮ່ວມການເຈລະຈານິວເຄຼຍຂອງປະເທດນີ້ ແລະ ອີຣານ ໄດ້ດຳເນີນການເຈລະຈາ 2 ຝ່າຍ “ຢ່າງມີຜົນປະໂຫຍດ” ຢູ່ ເຊີແນວ, ປະເທດສະວິດ. ການພົບປະຄັ້ງນີ້ໄດ້ດຳເນີນຢູ່ນອກການເຈລະຈານິວເຄຼຍລະຫວ່າງ ອີຣານ ກັບ ກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ລາຊະອານາຈັກ ອັງກິດ, ຝຣັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ) ແລະ ແກ່ຍາວເປັນເວລາເກືອບ 1 ຊົ່ວໂມງ. ແລະກໍ່ໃນຈຸດເວລານີ້, ເຈົ້າໜ້າທີ່ຜູ້ໜຶ່ງທີ່ມີການພົວພັນກັບຄະນະເຈລະຈານິວເຄຼຍ ອີຣານ ກໍ່ຮັບຮູ້ການເຈລະຈາເຫຼົ່ານັ້ນ, ແຕ່ບໍ່ໃຫ້ຮູ້ລະອຽດ.
ການພົບປະນີ້ຖືກດຳເນີນໄປພາຍຫຼັງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ແລະ ຄູ່ຕຳແໜ່ງ ອາເມລິກາ ພົບປະ 2 ຝ່າຍທີ່ແກ່ຍາວເປັນເວລາ 30 ນາທີ ຢູ່ ນິວຢອກເມື່ອເດືອນກ່ອນ.