ອາເມລິກາ ອາດຈະບໍ່ຂຶ້ນພາສີສຳລັບສິນຄ້າຂອງ ຈີນ

(VOVWORLD) - ເຂົາເຈົ້າໄດ້ຝາກບັນຊີລາຍຊື່ບັນດາບັນຫາທີ່ເຂົາເຈົ້າກຽມພ້ອມປະຕິບັດ”

ວັນທີ 16 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ຈີນ ກຽມພ້ອມຊອກຫາຂໍ້ຕົກລົງເພື່ອສາມາດແກ້ໄຂຄວາມເຄັ່ງຕຶງດ້ານການຄ້າ, ຍ້ອນເຫດນັ້ນ, ອາເມລິກາ ອາດຈະບໍ່ຕ້ອງການຂຶ້ນພາສີສຳລັບສິນຄ້າທີ່ນຳເຂົ້າຈາກພື້ນຖານເສດຖະກິດໃຫຍ່ທີ່ສອງໂລກນີ້ຕື່ມອີກ. ທ່ານປະທານາທິບໍດີ Donald Trump ຖືວ່າ: “ຈີນ ຢາກລົງນາມໃນຂໍ້ຕົກລົງສະບັບໜຶ່ງ. ເຂົາເຈົ້າໄດ້ຝາກບັນຊີລາຍຊື່ບັນດາບັນຫາທີ່ເຂົາເຈົ້າກຽມພ້ອມປະຕິບັດ”. ໃນບັນຊີລາຍຊື່ດັ່ງກ່າວ, ປັກກິ່ງໄດ້ຍົກອອກມາ 142 ຂໍ້ ຕາມຄຳຮຽກຮ້ອງຂອງ ວໍຊິງຕັນ ແຕ່ຍັງມີ “4 ຫຼື 5 ຂໍ້ບັນຫາໃຫຍ່ໄດ້ຍົກເລິກ”. ເຖິງວ່າບໍ່ໄດ້ເວົ້າລະອຽດ, ແຕ່ການນຳ ອາເມລິກາ ໄດ້ສະແດງຄວາມເຊື່ອໝັ້ນວ່າບັນດາຂໍ້ນີ້ຈະໄດ້ຮັບການເຕື້ອງເຖິງ ແລະ ແກ້ໄຂໃນທຸກໆຂໍ້ຕົກລົງທີ່ບັນລຸໄດ້ກັບຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ