ອາເມລິກາ ອາດຈະເຈລະຈາກັບ ສປປ ເກົາຫຼີ ໃນເວລາເໝາະສົມ

(VOVWORLD) - ເຈດຈຳນົງຈັດຕັ້ງການເຈລະຈາກັບ ສປປ ເກົາຫຼີ ແມ່ນຈະຈັດຂຶ້ນ “ໃນຈຸດເວລາທີ່ເໝາະສົມ, ດ້ວຍບັນດາເງື່ອນໄຂຖືກຕ້ອງ”.

ໃນການໂອ້ລົມທາງໂທລະສັບໃນວັນທີ 10 ມັງກອນ ກັບຄູ່ຕຳແໜ່ງ ສ. ເກົາຫຼີ Moon Jae – in, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ເຈດຈຳນົງຈັດຕັ້ງການເຈລະຈາກັບ ສປປ ເກົາຫຼີ ແມ່ນຈະຈັດຂຶ້ນ “ໃນຈຸດເວລາທີ່ເໝາະສົມ, ດ້ວຍບັນດາເງື່ອນໄຂຖືກຕ້ອງ”. ການນຳ 2 ປະເທດກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ບັ້ນຮົບກໍ່ຄວາມກົດດັນສູງສຸດຕໍ່ ສປປ ເກົາຫຼີ.

        ທ່ານປະທານາທິບໍດີ Moon Jea – in ໄດ້ແຈ້ງໃຫ້ຄູ່ຕຳແໜ່ງ ອາເມລິກາ ຊາບກ່ຽວກັບການເຈລະຈາຂັ້ນສູງລະຫວ່າງ ສ.ເກົາຫຼີ  ແລະ ສປປ ເກົາຫຼີໃນວັນທີ 9 ມັງກອນ, ພຽງຢາງ ໄດ້ເຫັນດີເປັນເອກະພາບຈັດສົ່ງຄະນະນັກກິລາເຂົ້າຮ່ວມງານມະຫາກຳລະດູໜາວ PyeongChang 2018. ທ່ານປະທານາທິບໍດີ Donald Trump ສະແດງຄວາມຫວັງວ່າ ການເຈລະຈາຂັ້ນສູງນີ້ບໍ່ພຽງແຕ່ພາໄປເຖິງຜົນສຳເລັດໃຫ້ແກ່ ສ. ເກົາຫຼີ ເທົ່ານັ້ນ ຫາກຍັງ ພາໄປເຖິງ “ຜົນສຳເລັດໃຫ້ແກ່ໂລກ” ອີກດ້ວຍ ພ້ອມທັງໃຫ້ຮູ້ວ່າຈະສົ່ງທ່ານ Mike Pence, ຮອງປະທານາທິບໍດີ ອາເມລິກາ ເຂົ້າຮ່ວມພິທີໄຂງານມະຫາກຳກິລາ ລະດູໜາວ PyeongChang.

ຕອບກັບ

ຂ່າວ/ບົດ​ອື່ນ