ອາເມລິກາ ຮຽກຮ້ອງໃຫ້ປະຕິບັດສຳເລັດຂໍ້ຕົກລົງກ່ຽວກັບພາສີວິສາກິດທົ່ວໂລກໂດຍໄວ
(VOVWORLD) -ຖະແຫຼງການຂອງທ່ານລັດຖະມົນຕີການເງິນ ອາເມລິກາ ຊີ້ແຈ້ງວ່າ: ນອກຈາກພາສີ, G20 ບັນລຸໄດ້ຄວາມກ້າວໜ້າທີ່ສຳຄັນພໍສົມຄວນໃນຫຼາຍບັນຫາ, ລວມມີການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດທີ່ມີລາຍຮັບຕ່ຳກ່ວາ
ສຳນັກງານກະຊວງການເງິນ ອາເມລິກາ (ພາບ: AFP/TTXVN) |
ວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການເງິນ ອາເມລິກາ Janet Yellen ໄດ້ໃຫ້ຂໍ້ສັງເກດວ່າ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ໄດ້ໄຂຂຶ້ນໃນວັນທີ 10 ກໍລະກົດຢູ່ Venice ປະເທດ, ອີຕາລີ ໂດຍສະແດງໃຫ້ເຫັນວ່າ ໂລກພ້ອມແລ້ວທີ່ຈະສິ້ນສຸດການແຂ່ງຂັນທົ່ວໂລກກ່ຽວກັບລະດັບພາສີວິສາຫະກິດຕ່ຳສຸດ ແລະ “ປັດຈຸບັນຄວນປະຕິບັດສຳເລັດຂໍ້ຕົກລົງນີ້ໂດຍໄວ”.
ຖະແຫຼງການຂອງທ່ານລັດຖະມົນຕີການເງິນ ອາເມລິກາ ຊີ້ແຈ້ງວ່າ: ນອກຈາກພາສີ, G20 ບັນລຸໄດ້ຄວາມກ້າວໜ້າທີ່ສຳຄັນພໍສົມຄວນໃນຫຼາຍບັນຫາ, ລວມມີການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມມານະພະຍາຍາມໜູນຊ່ວຍບັນດາປະເທດທີ່ມີລາຍຮັບຕ່ຳກ່ວາ ໃນການຜັນຂະຫຍາຍຍຸດທະສາດສັກວັກຊິນ ເພື່ອໃຫ້ໂລກແກ້ໄຂໄພນາບຂູ່ຈາກໂລກລະບາດໂຄວິດ - 19. ຕາມທ່ານນາງ Yellen ແລ້ວ, ການຮ່ວມມືຫຼາຍຝ່າຍອາດຈະຊ່ວຍ ອາເມລິກາ ຍົກສູງກຳລັງຄວາມສາມາດແກ່ງແຍງໃນພື້ນຖານເສດຖະກິດທົ່ວໂລກ.