ອາເມລິກາ ເນັ້ນໜັກສະໜັບສະໜູນວິທີການແກ້ໄຂສອງປະເທດ ສຳລັບການປະທະກັນ ລະຫວ່າງ ອິດສະລາແອັນ - ປາແລັດສະຕິນ
(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດ Antony Blinken ໄດ້ເນັ້ນໜັກເຖິງວິທີການແກ້ໄຂສອງປະເທດ ແມ່ນສິ່ງດີທີ່ສຸດເພື່ອຮັບປະກັນອະນາຄົດຂອງ ອິດສະລາແອັນ ໃນການດຳລົງຊີວິດກັບປະເທດ ປາແລັດສະຕິນຢ່າງມີສັນຕິພາບ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: Getty) |
ວັນທີ 22 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໄດ້ເນັ້ນໜັກວ່າ ສະໜັບສະໜູນວິທີການແກ້ໄຂສອງປະເທດ ສຳລັບການປະທະກັນລະຫວ່າງ ອິດສະລາແອັນ - ປາແລັດສະຕິນ. ທີ່ການໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິດສະລາແອັນ Gabi Ashkenazi ໃນວັນທີ 22 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Antony Blinken ໄດ້ເນັ້ນໜັກເຖິງວິທີການແກ້ໄຂສອງປະເທດ ແມ່ນສິ່ງດີທີ່ສຸດເພື່ອຮັບປະກັນອະນາຄົດຂອງ ອິດສະລາແອັນ ໃນການດຳລົງຊີວິດກັບປະເທດ ປາແລັດສະຕິນຢ່າງມີສັນຕິພາບ. ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ຕັກເຕືອນວ່າ ອາເມລິກາ ສືບຕໍ່ໃຫ້ຄຳໝັ້ນສັນຍາ ຕ້ານຄືນບັນດາການກະທຳຝ່າຍດຽວ ແລະ ການຕ້ານຄືນອິດສະລາແອັນທີ່ບໍ່ມີຄວາມຍຸຕິທຳ ຢູ່ບັນດາເວທີປາໄສຫຼາຍຝ່າຍ.