ອາເມລິກາ ແລະ ກຳລັງຕາລີບານ ເຊື່ອມຕໍ່ການເຈລະຈາ

(VOVWORLD) -ໃນວັນທີ 29 ມິຖຸນາ, ອາເມລິກາ ແລະ ຕາລີບານ ເລີ່ມດຳເນີນບັນດາການເຈລະຈາຮອບໃໝ່ຢູ່ນະຄອນຫຼວງ Doha ຂອງກາຕາ

ອາເມລິກາ ແລະ ກຳລັງຕາລີບານ ເຊື່ອມຕໍ່ການເຈລະຈາ - ảnh 1 ອາເມລິກາ ແລະ ກຳລັງຕາລີບານ ເຊື່ອມຕໍ່ການເຈລະຈາ

(ພາບ:  AFP/TTXVN)

ໃນສະພາບທີ່ອາເມລິກາ ປາດຖະໜາຢາກບັນລຸໄດ້ບາດກ້າວບຸກທະລຸກ່ອນການເລືອກຕັ້ງປະທານາທິບໍດີຢູ່ອາບກາສິດສະຖານ ໃນເດືອນ ກັນຍາ ຈະມາເຖິງ.

        ບັນດາການເຈລະຈາລະຫວ່າງອາເມລິກາ ແລະ ຕາລີບານ ໄດ້ເລີ່ມດຳເນີນເມື່ອເດືອນ ຕຸລາ 2018, ມຸ່ງໄປເຖິງຂໍ້ຕົກລົງເພື່ອແນໃສ່ຖອນທະຫານອາເມລິກາ ພາຍຫຼັງເຂົ້າຮ່ວມສົງຄາມຢູ່ອາບການິດສະຖານ ເປັນເວລາ 17 ປີ, ເພື່ອແລກເອົາເລື່ອງ ຕາລີບານ ຮັບປະກັນໃຫ້ອາບການິດສະຖານ ບໍ່ມີວັນທີ່ຈະກາຍເປັນສະຖານທີ່ປອດໄພສຳລັບບັນດາກຸ່ມຫົວຮຸນແຮງ. ອາເມລິກາ ຫວັງວ່າ, 2 ຝ່າຍຈະບັນລຸໄດ້ຂໍ້ຕົກລົງກ່ອນການເລືອກຕັ້ງປະທານາທິບໍດີອາບການິດສະຖານ, ເຫດການນີ້ຖືກໂຈະໄວ້ເປັນ 2 ຄັ້ງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ