ອາ​ເມ​ລິ​ກາ​ ແລະ ຍີ່​ປຸ່ນ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ສອງ​ຝ່າຍ

(VOVWORLD) - ວັນທີ 7 ຕຸລາ, ສຳນັກຂ່າວສານ Kyodo ໄດ້ລົງພິມຂ່າວກ່ຽວກັບເລື່ອງ ຍີ່ປຸ່ນ ແລະ ອາເມລິກາລົງນາມໃນຂໍ້ຕົກລົງການຄ້າສອງຝ່າຍ ເຊິ່ງໄດ້ຕັ້ງຄວາມຫວັງວ່າຈະນຳບັນດາຊາວກະສິກອນ ອາເມລິກາກັບຄືນສູ່ສະພາບສະເໜີພາບກັບບັນດາຄູ່ແຂ່ງສາກົນໂດຍຜ່ານນະໂຍບາຍຫຼຸດຜ່ອນພາສີສຳລັບປະເພດສິນຄ້າກະເສດ.

ອາ​ເມ​ລິ​ກາ​ ແລະ ຍີ່​ປຸ່ນ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ສອງ​ຝ່າຍ - ảnh 1ທ່ານ Shinsuke Sugiyama ເອກອັກຄະລັດຖະທູດຍີ່ປຸ່ນ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ຍົກສັນຍາການຄ້າລະຫວ່າງ ອາເມລິກາ - ຍີ່ປຸ່ນຂຶ້ນ (ພາບ: )

 ກ່ອນໜ້ານັ້ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໄດ້ຢັ້ງຢືນວ່າ, ຂໍ້ຕົກລົງນີ້ຈະກາຍເປັນ “ປັດໄຈເຮັດໃຫ້ປ່ຽນແປງສະພາບການໃຫ້ແກ່ບັນດາຊາວກະສິກອນ ແລະ ບັນດາ ເຈົ້າຂອງຟາມລ້ຽງສັດຂອງພວກເຮົາ”, ນຳມາໃຫ້ເຂົາເຈົ້າເຊິ່ງ“ສິດສຳຜັດກັບຕະຫຼາດຕ່າງປະເທດທີ່ຫຼັກແຫຼ່ງທີ່ໄດ້ຮັບການຍົກສູງຫຼາຍພໍສົມຄວນ”.

ວັນທີ 25 ກັນຍາ, ທີ່ການພົບປະຢູ່ນອກສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ທ່ານ Shinzo Abe ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດວ່າ ສອງປະເທດ ບັນລຸໄດ້ຂໍ້ຕົກລົງການຄ້າສອງຝ່າຍເພື່ອແນໃສ່ຫຼຸດຜ່ອນພາສີສຳລັບສິນຄ້າປະເພດກະສິກຳ ແລະ ອຸດສາຫະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ