ອາເມລິກາ ແລະ ລັດເຊຍ ຢາກປັບປຸງການພົວພັນ 2 ຝ່າຍ

(VOVWORLD) - ວັນທີ 09 ກໍລະກົດ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ຮອດເວລາແລ້ວທີ່ຈະສົມທົບກັນ ດ້ວຍລັກສະນະສ້າງສັນກັບ ລັດເຊຍ
ອາເມລິກາ ແລະ ລັດເຊຍ ຢາກປັບປຸງການພົວພັນ 2 ຝ່າຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin (ພາບ: ຫວຽດນາມ+)

ຄຳຖະແຫຼງດັ່ງກ່າວ ຂອງທ່ານ Donald Trump ໄດ້ຍົກອອກມາ ພາຍຫລັງການພົບປະໂດຍກົງຄັ້ງທຳອິດກັບຄູ່ຕຳແໜ່ງລັດເຊຍ Vladimir Putin ຢູ່ນອກກອງປະຊຸມສຸດຍອດ G20 ທີ່ Hamburg ປະເທດ ເຢຍລະມັນ ເປັນເວລາໜຶ່ງວັນ. ໃນສື່ສັງຄົມ Twitter, ທ່ານປະທານາທິບໍດີ Donald Trump ກໍ່ຂຽນແຈ້ງວ່າ ທີ່ການພົບປະ, ທ່ານໄດ້ເນັ້ນໜັກ 2 ເທື່ອກ່ຽວກັບການແຊກແຊງຂອງ ລັດເຊຍ ເຂົ້າໃນການເລືອກຕັ້ງຂອງ ອາເມລິກາ ແລະ ທ່ານປະທານາທິບໍດີ Vladimir Putin ໄດ້ປະຕິເສດຢ່າງດຸເດືອດ. ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ້ວ່າ: ທ່ານ ແລະ ຄູ່ຕຳແໜ່ງລັດເຊຍ ປຶກສາຫາລືນຳກັນກ່ຽວກັບແນວຄວາມຄິດສ້າງຕັ້ງອັນທີ່ເອີ້ນວ່າ “ຫົວໜ່ວຍປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ທີ່ບໍ່ສາມາດແຊກເຂົ້າໄດ້” ແນໃສ່ສະກັດກັ້ນບັນດາເຫດໂຈມຕີຈາກ ແຮັກເກີ ໃນບັນດາການເລືອກຕັ້ງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ