ອາເມລິກາ ແລະ ສາເກົາຫຼີ ປຶກສາຫາລືສະພາບການ ໃນແຫຼມເກົາຫຼີ

ອາເມລິກາ ແລະ ສາເກົາຫຼີ ປຶກສາຫາລືສະພາບການ ໃນແຫຼມເກົາຫຼີ - ảnh 1

ແຫຼມເກົາຫຼີ

(ພາບ: mdsoft.vn)

(vovworld)- ກຳລັງ​ແຮງ​ຂອງ​ສຳພັນ​ທະ​ມິດອາ​ເມ​ລິ​ກາ ​ແລະ ສາ​ເກົາຫຼີ ຍັງ​ຈະ​ແມ່ນ​ຂໍ້​ກຸນ​ແຈ​ຮັກສາ​ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ. ຄຳ​ປະກາດ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າ​ງທ່ານ​ Chuck Hagel ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ຄູ່​ຕຳ​ແໜ່​ງ ສ.​ເກົາຫຼີ, ທ່ານ Kim Kwan jin ​ເມື່ອ​ວັນ​ທີ 28/3. ທ່ານ Geogre Litte ​ໂຄສົກ​ທຳນຽບ 5 ​ແຈ ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບສະພາບ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ, ພ້ອມກັບ​ແຜນການ​ຜັນ​ຂະຫຍາຍ​ລະບົບ​ຕີ​ສະກັດ​ລູກສອນ​ໄຟ​ໜ້າດິນ​ຂອງ​ອາ​ເມ​ລິ​ກາ ​ແລະ ການຕີ​ດຕັ້ງສະຖານີ​ຕິດຕາມ​ ​ແລະ ​ເຕືອນ​ໄພຣາດາ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ ສປປ​ເກົາຫຼີ. ທ່ານ​ລັດຖະມົນຕີ Chuck Hagel ຢັ້ງຢືນ​ຄືນ​ໃໝ່ຫຼັກໝັ້ນຂອງ​ອາ​ເມ​ລິ​ກາ​ ໃນ​ການ​ໜູນ​ຊ່ວຍ​ການ​ປ້ອງ​ກັນປະ​ເທດ​ໃຫ້ ສ​ເກົາຫຼີ, ​ໃນ​ນັ້ນມີ​ການ​ຮັບ​ມື​ກັບ​ທຸກໆ​ການ​ນາບ​ຂູ່​ຂອງ ສປປ ​ເກົາຫຼີ.



ຂ່າວ/ບົດ​ອື່ນ