ອາເມລິກາ ແລະ ອີຢູ ຢືນຢັນຮັກສາການຮ່ວມມືກັບ ຢູແກຼນ ພາຍຫລັງການເລືອກຕັ້ງປະທານາທິບໍດີ

(VOVWORLD) -ວັນທີ 19 ເມສາ ສຳນັກຂ່າວສານ Interfax ໄດ້ຄັດສະເຫນີແຫລ່ງຂ່າວທາງການທູດໂດຍໃຫ້ຮູ້ວ່າ: ອາເມລິກາ ແລະ ສະຫະພາບເອີລົບ (ອີຢູ) ຈະສືບຕໍ່ຮ່ວມມືກັບ ຢູແກຼນ ເຖິງວ່າໝາກຜົນການເລືອກຕັ້ງປະທານາທິບໍດີຢູ່ປະເທດນີ້ຄືແນວໃດກໍຕາມ. 

ໃນການປຶກສາຫາລືກັບບັນດານັກສັງເກດການການເລືອກຕັ້ງຢູ່ ນະຄອນຫລວງ Kiev, ທ່ານ Marie Yovanovich ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຢູແກຼນ ຖະແຫລງວ່າ ວໍຊີງຕັນ ຈະສືບຕໍ່ເຮັດວຽກກັບບໍ່ວ່າຜູ້ສະໝັກຮັບເລືອກຕັ້ງຄົນໃດຊື່ງ ປະຊາຊົນ ຢູແກຼນ ເລືອກເຟັ້ນເປັນປະທານາທິບໍດີ.

ໃນຂະນະນັ້ນ ຜູ້ນຳຫນ້າຄະນະຜູ້ຕາງຫນ້າ ອີຢູ ປະຈຳ Kiev ທ່ານ Huges Mingarelli ຖະແຫລງວ່າ ອີຢູ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນກັບ Kiev. ທ່ານ ຊີ້ແຈ້ງວ່າ ອີຢູ ຈະສືບຕໍ່ຫນູນຊ່ວຍປະຊາຊົນ ຢູແກຼນ ບໍ່ວ່າໝາກຜົນການເລືອກຕັ້ງຈະເປັນຄືແນວໃດ, ເພື່ອຊຸກຍູ້ປະຊາທິປະໄຕ, ຫັນປະເທດຊາດເປັນທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ