ອາເມລິກາກະຕຸກຊຸກຍູ້ສປຊຮັກສາບັນດາຄຳສັ່ງລົງໂທດສຳລັບສປປ.ເກົາຫຼີ

(VOVWORLD) -ວັນທີ 20 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ມີວາລະປຶກສາຫາລືທຳອິດກ່ຽວກັບສະພາບການຂອງສປປ.ເກົາຫຼີ ກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

ອາເມລິກາກະຕຸກຊຸກຍູ້ສປຊຮັກສາບັນດາຄຳສັ່ງລົງໂທດສຳລັບສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: THX/TTXVN)

ນັບແຕ່ເມື່ອທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ມີການພົບປະຂັ້ນສຸດຍອດຢູ່ສິງກະໂປ ເມື່ອເດືອນມິຖຸນາ 2018. ກອງປະຊຸມໂດຍມີການເຂົ້າຮ່ວມຂອງທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha.

        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໄດ້ກະຕຸກຊຸກຍູ້ໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດຮັກສາບັນດາຄຳສັ່ງລົງໂທດແຂງກະດ້າງສຳລັບສປປ.ເກົາຫຼີ ແລະ ສືບຕໍ່ກໍ່ກຳລັງດັນບັງຄັບໃຫ້ທ່ານ Kim Jong un ຕ້ອງປະລະໂຄງການນິວເຄຼຍຂອງພຽງຢາງ.

        ໃນຂະນະນັ້ນ, ທ່ານນາງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ກຽມພ້ອມຢຸດຕິການປະຕິບັດຄຳສັ່ງລົງໂທດຊົ່ວຄາວຢູ່ບາງຂົງເຂດລະອຽດຄື ໂທລະຄົມມະນາຄົມ ເພື່ອຊ່ວຍລະດົມສປປ.ເກົາຫຼີ ດຳເນີນມາດຕະການແກ້ໄຂດ້ານນິວເຄຼຍ. ທ່ານນາງ Kang Kyung wha ກໍໃຫ້ຮູ້ວ່າ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຄາດວ່າ ຈະໄປຢ້ຽມຢາມສປປ.ເກົາຫຼີ ໃນຊຸມເດືອນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ