ອາເມລິກາກ່າວເຕືອນຈີນເພີ່ມທະວີການເຄື່ອນໄຫວກໍ່ສ້າງຢູ່ທະເລຕາເວັນອອກ
ກິດຈະກຳທີ່ຈີນພວມກໍ່ສ້າງຢູ່ເຂດຂຶ້ນກັບເກາະເຈື່ອງຊາ
|
(vovworld)- ວັນທີ 21/8 ທຳນຽບ 5 ແຈ ໃຫ້ຮູ້ວ່າ: ຈີນ ພວມເພີ່ມທະວີບັນດາການເຄື່ອນໄຫວກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກໃນຊຸມເດືອນມໍ່ໆມານີ້ ພ້ອມທັງຍູ້ແຮງການລາດຕະເວັນບັນດາເຂດທະເລອ້ອມແອ້ມນັ້ນ ເພື່ອຢັ້ງຢືນຄຳຖະແຫລງອະທິປະໄຕຂອງປະເທດນີ້. ຕາມບົດລາຍງານດ້ວຍຫົວຂໍ້ວ່າ: “ຍຸດທະສາດຄວາມໝັ້ນຄົງຢູ່ທະເລອາຊີ ປາຊີຟີກ” ຂອງກະຊວງປອ້ງກັນປະເທດ ອາເມລິກາ ທີ່ປະກາດໃນຕອນບ່າຍວັນທີ 20/8 ແລ້ວ, ການເຄື່ອນໄຫວຂອງຈີນກໍ່ສ້າງບັນດາເກາະທຽມຢູ່ໝູ່ເກາະ ເຈື່ອງຊາ ບົນທະເລຕາເວັນອອກ ໄດ້ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ເດືອນ 5 ຜ່ານມາ. ຕອນບ່າຍວັນດຽວກັນ, ໂຄສົກສະຖານທູດຈີນ ປະຈຳ ອາເມລິກາ ຢູຫາຍກວານ ໄດ້ຢືນຢັນວ່າ: ຈີນ ໄດ້ຢຸດຕິການເຄື່ອນໄຫວກໍ່ສ້າງເກາະທຽມຢູ່ທະເລຕາເວັນອອກໃນເດືອນ 6 ຜ່ານມາ.