ອາເມລິກາຂຶ້ນແຜນການຈັດວາງອັດຕາພາສີໃຫມ່ເລັ່ງໃສ່ຈີນ

(VOVWORLD) -ປະທານາທິບໍດີ ອາເມລິກາ Donald Trump ພວມມີແຜນການປະກາດການຈັດວາງອັດຕາພາສີໃຫມ່ສຳລັບສິນຄ້ານຳເຂົ້າຈາກຈີນ ດ້ວຍຍອດມູນຄ່າປະມານ 200 ຕື້ USD. 
ອາເມລິກາຂຶ້ນແຜນການຈັດວາງອັດຕາພາສີໃຫມ່ເລັ່ງໃສ່ຈີນ - ảnh 1 ປະທານາທິບໍດີ ອາເມລິກາ Donald Trump

ວັນທີ 15 ກັນຍາ ຫນັງສືພິມ Wall Street Journal ໃຫ້ຮູ້ວ່າ ອັດຕາພາສີໃຫມ່ ຊື່ງ ອາເມລິກາ ຈັດສາງສຳລັບສິນຄ້ານຳເຂົ້າຈາກຈີນ ຄາດວ່າຈະຢູ່ໃນລະດັບ 10%, ຕຳກ່ວາ ລະດັບ 25% ທີ່ໄດ້ປະກາດເມື່ອອຳນາດການປົກຄອງ ປະທານາທິບໍດີ Donald Trump ເປັນຄັ້ງທຳອິດເວົ້າວ່າ ພວມຄິດໄລ່ຊັ່ງຊາການຈັດວາງອັດຕາພາສີໃຫມ່. ຫນັງສືພິມດັ່ງກ່າວກໍ່ໃຫ້ຮູ້ວ່າ ຄາດວ່າ ອາເມລິກາ ຈະປະກາດອັດຕາພາສີໃຫມ່ໃນວັນທີ 17 ກັນຍານີ້. ປະຈຸບັນ ທຳນຽບຂາວບໍ່ທັນມີຂ່າວຕອບກ່ຽວກັບຂ່າວຄາວດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ