ອາເມລິກາຈັດວາງຂໍ້ກຳນົດເຄັ່ງຄັດກ່ວາສຳລັບປະເພດປາໜັງ
ພາບປະກອບ
|
(vovworld) – ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ພວມກ້າວເຂົ້າສູ່ໄລຍະກະກຽມສຸດທ້າຍ, ຕາມນັ້ນແລ້ວຈະຈັດວາງຂໍ້ກຳນົດໃໝ່ທີ່ເຄັ່ງຄັດກ່ວາສຳລັບສິນຄ້າປະເພດປາໝັງ. ຂໍ້ກຳນົດໃໝ່ນີ້ໄດ້ຮັບການຮັບຮູ້ຈາກບັນດານັກຊ່ຽວຊານວ່າ: ບໍ່ພຽງແຕ່ກໍ່ຄວາມຫຍຸ້ງຍາກສຳລັບບັນດາປະເພດ ປາບາຊາ ຫຼື ປາໜັງຂອງປະເທດຕ່າງໆ, ໃນນັ້ນມີ ຫວຽດນາມ, ທີ່ນຳເຂົ້າ ອາເມລິກາ ເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງບັນດານັກຜະລິດປະເພດສິນໃນນ້ຳນີ້ຂອງ ອາເມລິກາ ອີກດ້ວຍ. ຕາມຂໍ້ຕົກລົງໃໝ່ນີ້, ກະຊວງກະສິກຳ ອາເມລິກາ ຈະດຳເນີນການກວດກາ, ຕິດຕາມກວດກາເປັນປະຈຳກ່ວາ, ຊ້ຳບໍ່ໜຳເປັນປະຈຳວັນ ແລະ ໂດຍກົງຢູ່ບັນດາໂຮງງານປຸງແຕ່ງຊີ້ນ ແລະ ສິນໃນນ້ຳ. ບັນດານັກຜະລິດປາໜັງຂອງ ອາເມລິກາ ອາດຈະແມ່ນບັນດາຜູ້ທຳອິດປະສົບກັບຄວາມຫຍຸ້ງຍາກຍ້ອນຕ້ອງໃຊ້ຈ່າຍນັບລ້ານ USD ຕື່ມອີກເພື່ອປະຕິບັດຕາມບັນດາຂໍ້ກຳນົດໃໝ່ເມື່ອຂໍ້ກຳນົດນີ້ໄດ້ຮັບການຈັດວາງ.