ປະທານາທິບໍດີ ອາເມລິກາ B.Obama ແລະ ນາຍົກລັດຖະມົນຕີ ຈີນ
ຫລີເຄີຊຽງ
ພາບ:TTXVN
|
(vovworld)- ປະທານາທິບໍດີ ອາເມລິກາ B.Obama ແລະ ນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ, ໃນນັ້ນ ມີບັນຫານິວເຄຼຍ ໃນແຫລມເກົາຫລີ. ຖະແຫລງການດັ່ງກ່າວຖືກຍົກອອກມາພາຍຫລັງການພົບປະສອງຝ່າຍລະຫວ່າງການນຳສອງທ່ານຢູ່ນອກວາລະປະຊຸມຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ຢູ່ ນິວຢອກ ສະຫະລັດ ອາເມລິກາ. ຖະແຫລງການອອກໃນວັນທີ 19/9 ຂອງທຳນຽບຂາວ ຊີ້ແຈ້ງວ່າ: “ການນຳສອງທ່ານໄດ້ກ່າວປະນາມເຫດທົດລອງນິວເຄຼຍ ຄັ້ງທີ 5 ຊື່ງດຳເນີນໃນວັນທີ 9/9 ຂອງ ສປປ ເກົາຫລີ ແລະ ຕັດສິນໃຈເພີ່ມທະວີການສົມທົບກັນເພື່ອບັນລຸໄດ້ຄາດໝາຍປອດນິວເຄຼຍ ໃນແຫລມເກົາຫລີ, ຊື່ງລວມມີ ການຊຸກຍູ້ການຮ່ວມມືໃນຂອບເຂດສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຊ່ອງປະຕິບັດກົດໝາຍອື່ນ. ຕາມວົງການນັກການເມືອງທຳນຽບຂາວ, ວໍຊິງຕັນໄດ້ເລັ່ງລັດ ປັກກີງ ມີການກະທຳຫລາຍກວ່າອີກ ເພື່ອຈຳກັດ ພຽງຢາງ ແລະ ເນັ້ນຫນັກວ່າ ອາເມລິກາ ພ້ອມແລ້ວທີ່ຈະເຈລະຈາກັບ ສປປ ເກົາຫລີ ຖ້າຫາກປະເທດນີ້ໃຫ້ຄຳໝັ້ນສັນຍາປະລະໂຄງການອາວຸດນິວເຄຼຍ.