ອາເມລິກາຈັບຕົວຊາວຕ່າງປະເທດເຂົ້າເມືອງຢ່າງຜິດກົດໝາຍນັບຮ້ອຍຄົນ
(ພາບ: ICE)
(vovworld) - ວັນທີ 11/02, ອົງການຄຸ້ມຄອງການເຂົ້າອອກເມືອງ ແລະ ພາສີອາເມລິກາ (ICE) ໃຫ້ຮູ້ວ່າ, ມີຊາວຕ່າງປະເທດເຂົ້າເມືອງຢ່າງຜິດກົດໝາຍນັບຮ້ອຍຄົນຖືກຈັບຕົວ, ຢ່າງໜ້ອຍສຸດຢູ່ 6 ລັດໃນທົ່ວປະເທດອາເມລິກາ, ພາຍຫຼັງທ່ານປະທານາທິບໍດີອາເມລິກາ Donald Trump ປະກາດລັດຖະດຳລັດຊົ່ວຄາວຫ້າມເຂົ້າເມືອງອາເມລິກາ ສຳລັບຊາວລີ້ໄພ ແລະ ພົນລະເມືອງຂອງ 7 ປະເທດມີຊາວມຸດສະລິມ ກວມເອົາເປັນຈຳນວນສ່ວນຫຼາຍ. ໂຄສົກຂອງກະຊວງປ້ອງກັນຄວາມສະຫງົບປະເທດອາເມລິກາ ໃຫ້ຮູ້ວ່າ, ນີ້ແມ່ນພາກສ່ວນໜຶ່ງໃນລາຍການກວດກາການເຄື່ອນໄຫວອົບພະຍົບຕາມທຳນຽມ. ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, 75% ຈຳນວນຜູ້ຖືກຈັບຕົວແມ່ນອາດຊະຍາກຳຮ້າຍແຮງ.