ອາເມລິກາຈະລາດຕະເວັນໃກ້ກັບເກາະດອນເຊິ່ງຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ

ອາເມລິກາຈະລາດຕະເວັນໃກ້ກັບເກາະດອນເຊິ່ງຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ: dantri)

(vovworld) – ວັນ​ທີ 12/10, ໜັງ​ສື​ພິມ “New York Times” ​ໄດ​້ຄັດ​ຄຳ​ເວົ້າ​ຂອງ​ບັນດາ​ເຈ​ົ້າໜ້າ​ທີ່​ອາ​ເມ​ລິ​ກາ ​ໂດຍ​ໃຫ້ຮູ້​ວ່າ, ວໍ​ຊິງ​ຕັນ ພວມ​ມີ​​ແຜນການ​ປະຕິບັດ​ບັນດາ​ການ​ລາດ​ຕະ​ເວນ​ກອງທັບ​ເຮືອ “​ໄປມາ​ຢ່າງ​ເສລີ” ​ໃກ້​ກັບ​ບັນດາ​ເກາະ​ດອນ​ໂດຍ​ຈີ​ນ ​ໃຫ້​ຖົມກໍ່ສ້າງ ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ພວມ​​ເກີດ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ການ​ລາດ​ຕະ​ເວນຈະ​ດຳ​ເນີນ​ໄປ​ໃນ​ຂອບ​ເຂດ 12 ​ໄມ​ທະ​ເລຂອງ​​ເກາະໜ້ອຍ​ສຸດ 1 ​​ແຫ່ງໃນ​ຈຳນວນ​​ເກາະ​ເຊິ່ງຈີນ ​ໄດ້​ຖົມ​ດິນ​ກໍ່ສ້າງຢ່າງ​ຜິດ​ກົດໝາຍ ຢູ່​ບັນດາ​ຫາດ​ດອນ​ຫີ​ນ ຢູ່ໝູ່​ເກາະ​ເຈື່ອງ​ຊາ ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.

    ກ່ອ​ນໜ້ານັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Ashton Carter ຢືນຢັນ​ວ່າ, ກອງທັບ​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່ປະຕິບັດ​ບັນດາ​ຖ້ຽວບິນ ​ແລະ ຈັດ​ສົ່ງກໍ່າ​ປັ່ນ​​ເດີນເຂົ້າ​ບໍ່​ວ່າບໍລິ​ເວັນ​ທະ​ເລ​ໃດໆ ​ເຊິ່ງກົດ​ໝາຍສາກົນ​ອະນຸຍາດ.

ຂ່າວ/ບົດ​ອື່ນ