ອາເມລິກາຊົມເຊີຍລັດເຊຍເຂົ້າຮ່ວມການຕິດຕາມກວດກາ
ທ່ານ John Kirby, ໂຄສົກກະຊວງການຕ່າງປະເທດ ອາເມລິກາ
(ພາບ: Reuters.)
|
(vovworld) – ວັນທີ 21/10, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຖະແຫຼງ ຊົມເຊີຍບັນດາຜູ້ສັງເກດການ ລັດເຊຍ ເຂົ້າຮ່ວມຕິດຕາມກວດກາການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນຕົ້ນເດືອນ 11 ຈະມາເຖິງ. ທ່ານ John Kirby, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ວໍຊິງຕັນ ປະກາດກັບ ມົດສະກູ ວ່າ: ອາເມລິກາ ຄຳນັບຮັບຕ້ອນບັນດາຜູ້ສັງເກດການຂອງລັດເຊຍ ມາຍັງປະເທດນີ້ເພື່ອຕິດຕາມການເລືອກຕັ້ງໃນວັນທີ 8/11 ຈະມາເຖິງ. ທ່ານຊີ້ແຈ້ງວ່າບັນດາຜູ້ສັງເກດການລັດເຊຍ ສາມາດຈົດທະບຽນໂດຍກົງຢູ່ແຕ່ລະລັດຂອງ ອາເມລິກາ ເພື່ອໄດ້ຮັບອະນຸຍາດ, ພ້ອມທັງຢັ້ງຢືນວ່າ ວໍຊິງຕັນ ຈະບໍ່ຊອກຫາວິທີກີດຂວາງວຽກງານນີ້. ບັນດາຜູ້ສັງເກດການຂອງລັດເຊຍ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມຄະນະຕິດຕາມກວດກາຂອງອົງການຮ່ວມມື ແລະ ປ້ອງກັນຄວາມສະຫງົບ ເອີລົບ (OSCE), ທີ່ມີໜ້າທີ່ຕິດຕາມກວດກາບັນດາການເລືອກຕັ້ງຢູ່ບັນດາປະເທດສະມາຊິກ, ໃນນັ້ນມີ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ລັດເຊຍ ປະຕິເສດເຂົ້າຮ່ວມກຸ່ມຕິດຕາມກວດການີ້.