ການທົດລອງລູກສອນໄຟຂອງ ສປປ ເກົາຫຼີ
|
(vovworld) - ອາເມລິກາ ມີຄຳກ່າວເຕືອນຢ່າງແຂງກະດ້າງກັບ ສປປ ເກົາຫຼີ ກ່ຽວກັບການກະທຳອາດຈະ “ທຳລາຍສະຖຽນລະພາບ” ສຳລັບພາກພື້ນ, ພາຍຫຼັງພຽງຢາງ ຖະແຫຼງທົດລອງເຄື່ອງກົນຈັກທີ່ຕິດຕັ້ງໃຫ້ລູກສອນໄຟນຳວິຖີຂ້າມທະວີບ (ICBM) ທີ່ສາມາດຍິງເຖິງ ອາເມລິກາ. ວັນທີ 9/4, ທ່ານ Mark Toner, ຜູ້ຊ່ວຍວຽກໂຄສົກກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ: ຝ່າຍ ອາເມລິກາ ມີບົດລາຍງານກ່ຽວກັບຖະແຫຼງການຂອງ ສປປ ເກົາຫຼີ ທີ່ກ່ຽວຂ້ອງເຖິງເຕັກໂນໂລຢີ ເຄື່ອງກົນຈັກທີ່ຕິດຕັ້ງໃຫ້ລູກສອນໄຟນຳວິຖີຂ້າມທະວີບ. ວໍຊິງຕັນ ຮຽກຮ້ອງໃຫ້ ພຽງຢາງ ລະງັບໃຈໃນບັນດາການກະທຳ ແລະ ຄຳປະກາດອາດຈະກໍ່ຄວາມຂາດສະຖຽນລະພາບສຳລັບພາກພື້ນຕື່ມອີິກ ແລະ ສຸມໃສ່ເຂົ້າໃນການປະຕິບັດບັນດາບາດກ້າວລະອຽດເພື່ອມຸ່ງໄປເຖິງການປະຕິບັດບັນດາຄຳໝັ້ນສັນຍາ ແລະ ໜ້າທີ່ສາກົນຢ່າງເຂັ້ມງວດ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ປະກາດ ສປປ ເກົາຫຼີ ຈະຕ້ອງຮັບສິ່ງຕອບແທນທີ່ຮ້າຍແຮງຍ້ອນບັນດາການກະທຳມີລັກສະນະເກາະຜິດໂດຍບໍ່ຫົວຊາຕໍ່ປະຕິກິລິຍາຂອງປະຊາຄົມໂລກ.