ອາເມລິກາຖືອາຊຽນ ແມ່ນຈຸດສຸມໃນ ນະໂຍບາຍການ ຕ່າງປະເທດ
ທ່ານ Scot Marciel
(ພາບ: .baomoi.com/)
(vovworld)- ກ່າວຄຳເຫັນທີ່ກອງປະຊຸມສຳມະນາສາກົນຢູ່ນະຄອນຫຼວງຈາກາກຕາເມື່ອວັນທີ 3/12, ທ່ານ Scot Marciel ຮອງຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບພາກພື້ນອາຊີຕາເວັນອອກ-ປາຊີຟິກ ປະກາດວ່າ ອາຊຽນ ແມ່ນ 1 ໃນບັນດາຈຸດສຸມໃນນະໂຍບາຍການຕ່າງປະເທດຂອງອາເມລິກາ. ທ່ານ Scot Marciel ຢືນຢັນຄຳໝັ້ນສັນຍາຂອງອາເມລິກາ ໃນການເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ຜ່ານການຊຸກຍູ້ການພັດທະນາພື້ນຖານໂຄງລ່າງ, ການໜູນຊ່ວຍດ້ານເຕັກນິກ ແລະ ການເງິນ, ຊ່ວຍອາຊຽນ ປະຕິບັດບັນດາຈຸດໝາຍລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ການສືກສາ, ສາທາລະນະສຸກ, ເຊື່ອມຈອດ, ເຊື່ອມໂຍງ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງ ປຊຊ ສອງຝ່າຍ./.