ອາເມລິກາຖະແຫຼງສືບຕໍ່ລາດຕາເວນຢູ່ທະເລຕາເວັນອອກ

ອາເມລິກາຖະແຫຼງສືບຕໍ່ລາດຕາເວນຢູ່ທະເລຕາເວັນອອກ - ảnh 1
ເຮືອ​ບິນ​ລາດ​ຕາ​ເວັນ​ຂອງ ອາ​ເມ​ລິ​ກາ
(ພາບ​ຈາກ Reuters)

(vovworld) – ວ​ັນ​ທີ 21/5, ອາ​ເມ​ລິ​ກາ ຖະ​ແຫຼງ​ສືບ​ຕໍ່​ບັນ​ດາ​ການ​ລາດ​ຕາ​ເວນ​ບົນ​ທະ​ເລ ແລະ ທາງ​ອາ​ກາດ​ຢູ່​ບັນ​ດາ​ເຂດ​ທະ​ເລ​ສາ​ກົນ ພາຍຫຼັງ​ທີ່ກອງ​ທັບ​ເຮືອ ຈີນ ສືບ​ຕໍ່​ຍົກ​ຄຳ​ກ່າວ​ເຕືອນ​ຮຽກ​ຮ້ອງ​ເຮືອ​ບິນ​ຊອບ​ແນມ ອາ​ເມ​ລິ​ກາ ຕ້ອງ​ອອກ​ຈາກ​ເຂດ​ນ່ານ​ຟ້າ​ໃນ​ເຂດ​ທະ​ເລ​ສາ​ກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ່າວ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ Daniel Russel ຖະ​ແຫຼງ​ຖ້ຽວ​ບິນ​ຊອບ​ແນມ​ຂອງ ອາ​ເມ​ລິ​ກາ ແມ່ນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ບັນ​ດາ​ກຳ​ລັງ​ກອງ​ທັບ​ເຮືອ ອາ​ເມ​ລິ​ກາ ພ້ອມ​ກັບ​ເຮືອ​ບິນ​ການ​ທະ​ຫານ​ປະ​ເທດນີ້​ຈະ “ສືບ​ຕໍ່​ປະ​ຕິ​ບັດຢ່າງ​ຄົບ​ຖ້ວນ” ສິດ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ເຂດ​ນ່ານ​ທະ​ເລ ແລະ ນ່ານ​ຟ້າ​ສາ​ກົນ. ທ່ານ Russel ໃຫ້​ຮູ້​ຕື່ມ​ອີກວ່າ ອາ​ເມ​ລິ​ກາ ຈະ​ເຄື່ອນ​ໄຫວ​ເພື່ອ​ຮັບ​ປະ​ກັນ​ໃຫ້​ທຸກໆ​ປະ​ເທດ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ