(vovworld) - ວັນທີ 02/10, ສື່ມວນຊົນອາເມລິກາ ໃຫ້ຮູ້ວ່າ, ທີ່ກອງປະຊຸມບໍ່ເປັນທາງການລັດຖະມົນຕີກະຊວງປ້ອງກັນປະເທດ - ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນທ້າຍອາທິດຜ່ານມາຢູ່ Hawaii, ອາເມລິກາ ໄດ້ປະກາດ “ຂໍ້ລິເລີ່ມຄວາມໝັ້ນຄົງການເດີນທະເລ” ໃໝ່ກັບບັນດາປະເທດອາຊຽນ. ຕາມຂ່າວສານອີນເຕີແນັດ “The Diplomat” ແລ້ວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Ashton Carter ໄດ້ປະກາດບັນດາແຜນການໃນອະນາຄົດຂອງທຳນຽບ 5 ແຈ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ວໍຊິງຕັນ ເນັ້ນໜັກວ່າ, ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດ - ອາຊຽນ ແມ່ນພະຍານຫຼັກຖານຊີ້ໃຫ້ເຫັນຄວາມສຳຄັນຂອງອາຊຽນ ໃນຍຸດທະສາດ “ສ້າງຄວາມດຸ່ນດ່ຽງຄືນໃໝ່” ໄປສູ່ອາຊີ - ປາຊີຟິກ ຂອງອຳນາດການປົກຄອງປະທານາທິບໍດີ Barack Obama ກໍຄືສຳລັບການເພີ່ມທະວີບັນດາກຳລັງຂອງກອງທັບອາເມລິກາ ໃນອະນາຄົດ. ຕາມບັນດາຂໍ້ລິເລີ່ມໃໝ່ກ່ຽວກັບໝັ້ນຄົງການເດີນທະເລ ໂດຍທ່ານລັດຖະມົນຕີ Carter ປະກາດ, ອາເມລິກາ ຈະເປັນເຈົ້າພາບຈັດຕັ້ງບາງເຫດການກັບອາຊຽນ ທີ່ກ່ຽວຂ້ອງເຖິງຂົງເຂດນີ້, ໃນນັ້ນມີການເຈລະຈາທາງທະເລອາຊຽນ ແລະ ຝຶກອົບຮົບຍົກສູງສະຕິຄວາມຮັບຮູ້ກ່ຽວກັບການເດີນທະເລ…