ອາເມລິກາ,ຟີລິບປິນເລີ່ມຊ້ອມຮົບຮ່ວມCARAT2016

ອາເມລິກາ,ຟີລິບປິນເລີ່ມຊ້ອມຮົບຮ່ວມCARAT2016 - ảnh 1
ທະຫານເຮືອ ອາເມລິກາ ແລະ ຟີລິບປິນ ຊ້ອມຮົບຮ່ວມ
(ພາບ: vtc.vn)

(vovworld) – ຟີ​ລິບ​ປິນ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຊ້ອມ​ຮົບ​ຮ່ວມ​​ໃນ​ລະຫວ່າງ​ວັນ​ທີ 6 – 10/6, ຢູ່​ອ່າວ Subic, ພາກ​ເໜືອ ຟີ​ລິບ​ປິນ. ທ່ານ​ພົນ​ເຮ​ືອຕີ Charles Wiliams, ຜູ້ບັນຊາ​ການ​ກອງ​ທະຫານ​ພິ​ເສດ​ເລກທີ 73 ຂອງ​ອາ​ເມ​ລິ​ກາ, ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ມື​ຝຶກ​​ແອບ ​ແລະ ກຽມພ້ອມ​ຕໍ່ສູ້​ບົນ​ທະ​ເລ (CARAT) ຄັ້ງ​ທີ 22 ນີ້ອະນຸຍາດ​ໃຫ້​ທະຫານ​ເຮືອ ​ຟີ​ລິບ​ປິນ ​ແລະ ອາ​ເມ​ລິ​ກາ ພັດທະນາ​ການ​ພົວພັນ​ແຂງ​ແຮງ​ກັບ​ບັນດາ​ກຳລັງ​ຄູ່​ຮ່ວມ​ມື​ຂອງ ຟີ​ລິບ​ປິນ. ນອກຈາກ​ອ່າວ Subic, ການ​ຊ້ອມ​ຮົບ​ດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ຢູ່​ທະ​ເລ​ແຂວງ Palawan ຂຶ້ນ​ກັບ​ພາກ​ຕາ​ເວັນ​ຕົກ ຟີ​ລິບ​ປິນ ​ແລະ ຢູ່​ເຂດ​ໃກ້​ກັບ​ທະ​ເລ Sulu, ທາ​ງພາກ​​ໃຕ້ ຟີ​ລິບ​ປິນ.

        CARAT ຟີ​ລິບ​ປິນ ນອນ​​ໃນ​ຂອ​ບ​ເຂດ​ການ​ຊ້ອມ​ຮົມ​ທີ່​ກອງທັບ ​ອາ​ເມ​ລິ​ກາ ດຳ​ເນີນ​ກັບ 9 ປະ​ເທດ​ຄູ່​ຮ່ວມ​ມື​ຢູ່ ອາຊີ ​ໃຕ້ ​ແລະ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບຸລິມະສິດ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຮ່ວມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບົນ​ທ​ະ​ເລ ກໍ່​ຄື​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ສົມທົບ​ລະຫວ່າງ​ບັນດາ​ກຳລັງ​ເຂົ້າ​ຮ່ວມ. ຟີ​ລິ​ບປິນ ​ໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ CARAT ນັບ​ແຕ່​ປີ 1995.


ຂ່າວ/ບົດ​ອື່ນ