ອາເມລິກາມຸ່ງໄປເຖິງການຊຸກຍູ້ການພົວພັນກັບຫວຽດນາມໃນບັນດາຂົງເຂດເສດຖະກິດ,ການຄ້າແລະການປ້ອງກັນຄວາມສະຫງົບ

(VOVWORLD) -ສານຕົ້ນຕໍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອເຂົ້າຮ່ວມ APEC ແລະ ຢ້ຽມຢາມ ຮ່າໂນ້ຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ແຕ່ວັນທີ 10-12 ພະຈິກ, ນັ້ນແມ່ນມຸ່ງໄປເຖິງການຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການປ້ອງກັນຄວາມສະຫງົບ. 
ອາເມລິກາມຸ່ງໄປເຖິງການຊຸກຍູ້ການພົວພັນກັບຫວຽດນາມໃນບັນດາຂົງເຂດເສດຖະກິດ,ການຄ້າແລະການປ້ອງກັນຄວາມສະຫງົບ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

ນີ້ແມ່ນຂໍ້ມູນຂ່າວ ໂດຍພົນຕີ H.R.Mc Master ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ເປີດເຜີຍໃນການຕອບສຳພາດຕໍ່ບັນດາສຳນັກຂ່າວສານຂອງ 5 ປະເທດ ທີ່ທ່ານໄປຢ້ຽມຢາມຄື: ສຳນັກຂ່າວສານ ຫວຽດນາມ, ສຳນັກຂ່າວສານຊີນຮົວ, South China Morning Post, Kyodo, Ashi Shimbun, Yomiuri Shimbun, Yonhap ກ່ອນທີ່ຈະຕິດຕາມທ່ານປະທານາທິບໍດີ Donald Trump ໃນການຢ້ຽມຢາມບັນດາປະເທດໃນອາຊີ.

ກ່ຽວກັບການເຂົ້າຮ່ວມ APEC ຢູ່ ດາຫນັງຂອງທ່ານ ປະທານາທິບໍດີ Donald Trump , ທ່ານ Mc Master ໃຫ້ຮູ້ວ່າ: ບົດປາໄສຂອງທ່ານ ປະທານາທິບໍດີ Donald Trump ທີ່ກອງປະຊຸມ APEC ຈະເນັ້ນຫນັກເຖິງສອງເສົາຄ້ຳ: ຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ວັດທະນາຖາວອນ, ຊຸກຍູ້ການຮ່ວມມືປ້ອງກັນຄວາມສະຫງົບ.

ກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ ແລະ ອາເມລິກາ, ທ່ານ Mc Master ໃຫ້ຮູ້ວ່າ: ສານຕົ້ນຕໍຂອງ ທ່ານ ປະທານາທິບໍດີ Donald Trump   ໃນການຢ້ຽມຢາມຮ່າໂນ້ຍ ແມ່ນມຸ່ງໄປເຖິງການຊຸກຍູ້ການພົວພັນກັບຫວຽດນາມ ໃນບັນດາຂົງເຂດ ເສດຖະກິດ, ການຄ້າ ແລະ ການຮ່ວມມືປ້ອງກັນຄວາມສະຫງົບ. 

ຕອບກັບ

ຂ່າວ/ບົດ​ອື່ນ