ອາເມລິກາຢັ້ງຢືນດັບສູນບັນດາຫົວໂປ່ຂັ້ນສູງISແລະAl-Shabaab
ທ່ານ Peter Cook
(ພາບ: AA)
(vovworld) - ວັນທີ 07/12, ທຳນຽບ 5 ແຈໄດ້ຢັ້ງຢືນວ່າ ການບຸກໂຈມຕີທາງອາກາດ 2 ຄັ້ງຂອງອາເມລິກາ ໄດ້ດັບສູນຫົວໂປ່ຂັ້ນສູງ 2 ຄົນຂອງກຳລັງລັດອິດສະລາມ (IS) ອ້າງຊື່ເອງ ຢູ່ລີບີ ແລະ Al – Shabaab, ເຊິ່ງແມ່ນສາຂາຕົ້ນຕໍ່ຂອງອົງການກໍ່ການຮ້າຍສາກົນ Al – Qaeda ຢູ່ ໂຊມາເນຍ. ໃນຖະແຫຼງການໜຶ່ງ, ໂຄສົກທຳນຽບ 5 ແຈ Peter Cook ໃຫ້ຮູ້ວ່າ Abu Nabil ແມ່ນຫົວໂປ່ຂັ້ນສູງຜູ້ໜຶ່ງຂອງ IS ຢູ່ລີບີ ຖືກດັບສູນ ໃນການບຸກໂຈມຕີທາງອາກາດ ຂອງອາເມລິກາເມື່ອວັນທີ 13/11 ຢູ່ນະຄອນ Derna, ປະເທດລີບີ ແລະ ໃນການບຸກໂຈມຕີທາງອາກາດທີ່ດຳເນີນຢູ່ ໂຊມາເນຍ ໃນວັນທີ 02/12 ກໍໄດ້ດັບສູນຫົວໂປ່ຂັ້ນສູງຂອງ Al – Shabaab ຕື່ມອີກຜູ້ໜຶ່ງ. ຖະແຫຼງການຢືນຢັນວ່າ, ນີ້ແມ່ນການບຸກໂຈມຕີຢ່າງແຮງໃສ່ Al – Shabaab ທັງແມ່ນບາດກ້າວສຳຄັນໃນການຕໍ່ສູ້ຕ້ານຄືນກຳລັງຫົວຮຸນແຮງນີ້.