ອາເມລິກາຢາກຮ່ວມມືກັບຈີນໃນບັນຫາສປປ.ເກົາຫຼີ

ອາເມລິກາຢາກຮ່ວມມືກັບຈີນໃນບັນຫາສປປ.ເກົາຫຼີ - ảnh 1
ປະຊາຊົນ ສປປ ເກົາຫຼີ ມ່ວນຊື່ນເມື່ອຮັບແຈ້ງຂ່າວກ່ຽວກັບ
ການທົດລອງນິວເຄຼຍ
(ພາບ: Telegraph)

(vovworld) – ພາຍຫຼັງ​ເຫດການ​​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 4 ຂອງ ສປປ ​ເກົາຫຼີ, ວັນ​ທີ 7/1, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ມີ​ການ​ໂອ້​ລົມ​ທາງ​ໂທລະສັບກັບ​ຄູ່​ຕຳ​ແໜ່​ງ ຈີນ ຫວາງ​ອີ໋, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ: ປັກ​ກິ​ງ ບໍ່​ອາດ​ເມີນ​ເສີຍບັນດາ​ການ​ກະທຳ​ຂອງ ພຽງ​ຢາງ. ທ່ານ​ Kerry ​ໃຫ້​ຮູ້​ວ່າ: ​ໃນ​ການ​​​ໂອ້​ລົມ​ທາງ​ໂທລະສັບ ທ່ານ​ກໍ່​ເວົ້າ​ແຈ້ງ​ວິທີ​ສຳ​ພັດ​ຂອງ ຈີນ ກັບ ສປປ ​ເກົາຫຼີ ບໍ່​ບັນລຸ​ຜົນສຳ​ເລັດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ John Kerry ​ໃຫ້​ຮູ້​ວ່າ: ຈີນ ມີ​ວິທີ​ສຳພັນ​ພິ​ເສດ​ໃນບັນຫາ​ນິວ​ເຄຼຍຂອງ ພຽງ​ຢາງ. ນັກ​ການ​ທູດ ອາ​​ເມ​ລິ​ກາ ​ເນັ້ນ​ໜັກ​ວ່າ: ວໍ​ຊິງ​ຕັນ ​ໄດ​້​ເຄົາລົບ ​ແລະ ​ເຫັນ​ດີ​ເຫັນ​ພ້ອມ​ສ້າງ​ບັນຍາກາດ​ໃຫ້ ຈີນ ປະຕິບັດ​ການ​ສຳ​ພັດ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ຈຸດ​ເວລາ​ນີ້, ບັນດາ​ມາດ​ຕະການ​ຂອງ ປັກ​ກິ​ງ ບໍ່​ບັນລຸ​ປະສິດທິ​ຜົນ ​ແລະ ຝ່າຍ ອາ​ເມ​ລິ​ກາ ບໍ່​ອາດ​ເມີນ​ເສີຍ​ຕໍ່​ປະລະ​ສະພາບ​ການ​ນີ້. ທ່ານ Kerry ຍັງ​ໃຫ​້ຮູ້​ຕື່ມ​ອີກວ່າ ທ່ານ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຈີນ ກໍ່​ເຫັນ​ດີ​ເຫັນ​ພ​້ອມສົມທົບ​ກັນ​ເພື່ອ​ຕົກລົງ​ບັນດາ​ມາດ​ຕະການ​ທີ່ອາດ​ຈະ​ຍົກ​ອອກ​ມາ​ສຳລັບ ສປປ ​ເກົາ​ຫຼີ ​ໃນ​ສະພາບ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ເຫດ​ການ​ທົດ​ລອງ​ນິວ​ເຄຼຍນັບ​ມື້​ນັບ​ເພີ່ມ​ຂຶ້ນ.


ຂ່າວ/ບົດ​ອື່ນ