ອາເມລິກາສືບຕໍ່ສ້າງການພົວພັນດ້ານປ້ອງກັນຊາດຢ່າງມີປະສິດທິຜົນກັບຫວຽດນາມ
(VOVWORLD) -ກະຊວງປອ້ງກັນປະເທດ ອາເມລິກາ ພວມເພີ່ມທະວີເຄືອຂ່າຍພັນທະມິດ ແລະ ຄູ່ຮ່ວມມື ໃນນັ້ນ ມີຫວຽດນາມ.
ທ່ານ John Rood ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ |
ວັນທີ 5 ທັນວາ ທ່ານ John Rood ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີການອະພິປາຍຕໍ່ກຳມາທິການການທະຫານ ສະພາສູງ ກ່ຽວກັບການຮັບຮູ້ສິ່ງທ້າທາຍຈາກການແກ້ງແຍ້ງສິດອຳນາດຂອງ ຈີນ ແລະ ລັດເຊຍ ກໍ່ຄືຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ອາເມລິກາ ໃນການຜັນຂະຫຍາຍຍຸດທະສາດປ້ອງກັນຊາດໃນຮອບເວລາ 2 ປີຜ່ານມາ. ທ່ານ John Rood ຖືວ່າ ຈີນ ສືບຕໍ່ປັບປຸງກຳລັງຄວາມສາມາດດ້ານການທະຫານກໍ່ຄືເພີ່ມທະວີບັນດາການກະທຳເກາະຜິດຢູ່ທະເລຕາເວັນອອກ ແລະ ອາຟຼິກາ. ທ່ານ John Rood ເນັ້ນຫນັກວ່າ ກະຊວງປອ້ງກັນປະເທດ ອາເມລິກາ ພວມເພີ່ມທະວີເຄືອຂ່າຍພັນທະມິດ ແລະ ຄູ່ຮ່ວມມື ໃນນັ້ນ ມີຫວຽດນາມ. ອາເມລິກາ ສືບຕໍ່ສ້າງການພົວພັນດ້ານປ້ອງກັນຊາດຢ່າງມີປະສິດທິຜົນກັບຫວຽດນາມ ແລະ ພ້ອມກັນແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.