ອາເມລິກາຫວັງວ່າ ສປປ.ເກົາຫຼີ ຈະຕີລາຄາກ່ຽວກັບຄວາມຖືກຕ້ອງຂອງເລື່ອງປອດນິວເຄຼຍ

(VOVWORLD) -ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ຈະດຳເນີນໃນໄວໆນີ້, ເຖິງວ່າ ຍັງບໍ່ທັນກຳນົດວັນເວລາຈັດກອງປະຊຸມນີ້ເທື່ອ.

ອາເມລິກາຫວັງວ່າ ສປປ.ເກົາຫຼີ ຈະຕີລາຄາກ່ຽວກັບຄວາມຖືກຕ້ອງຂອງເລື່ອງປອດນິວເຄຼຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo

(ພາບ: Reuters)

ວັນທີ 05 ເມສາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃຫ້ຮູ້ວ່າ, ທ່ານຫວັງວ່າການນຳສປປ.ເກົາຫຼີ Kim Jong un ຈະຍາດແຍ່ງກາລະໂອກາດຈາກກອງປະຊຸມຂອງສະພາແຫ່ງຊາດປະເທດນີ້ ເຊິ່ງຈະດຳເນີນໃນອາທິດຈະມາເຖິງ ເພື່ອຖະແຫຼງຢ່າງເປີດເຜີຍວ່າ ການຍົກເລີກໂຄງການອາວຸດນິວເຄຼຍແມ່ນວຽກງານທີ່ຖືກຕ້ອງສຳລັບພຽງຢາງ.

        ຄາດວ່າ, ສະພາປະຊາຊົນສູງສຸດສປປ.ເກົາຫຼີ ຈະຈັດກອງປະຊຸມຄັ້ງທຳອິດໃນປີ 2019 ໃນວັນທີ 11 ເມສາ ແລະ ເນື່ອງໃນໂອກາດເຫດການນີ້, ການນຳ Kim Jong un ຈະມີບົດກ່າວປາໄສເປີດເຜີຍທຳອິດ ກ່ຽວກັບໝາກຜົນຂອງການພົບປະສຸດຍອດຄັ້ງທີ 2 ຢູ່ຮ່າໂນ້ຍ ເມື່ອເດືອນກຸມພາຜ່ານມາ ລະຫວ່າງທ່ານ ກັບ ທ່ານປະທານາທິບໍດີອາເມລິກາ Donald Trump. ທ່ານ Pompeo ເນັ້ນໜັກວ່າ, ອາເມລິກາ ຈະຕິດຕາມບັນດາເນື້ອໃນກ່າວປາໄສຂອງທ່ານ Kim Jong un ຢ່າງໃກ້ຊິດ.

        ຕາມທ່ານ Pompeo ແລ້ວ, ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງອາເມລິກາ - ສປປ.ເກົາຫຼີ ຈະດຳເນີນໃນໄວໆນີ້, ເຖິງວ່າ ຍັງບໍ່ທັນກຳນົດວັນເວລາຈັດກອງປະຊຸມນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ