ທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ
ພາບ:baodautu
|
(vovworld)-ວັນທີ 18/11 ຢູ່ ຮ່າໂນ້ຍ, ສະຖານທູດ ອາເມລິກາ ປະຈຳຫວຽດນາມ ໄດ້ຈັດຕັ້ງ ການພົບປະສົນທະນາ “ຄູ່ຮ່ວມມືມີຫົວຄິດປະດິດສ້າງໃນການຕ້ານການຄ້າຂາຍເຖື່ອນສັດປ່າ”. ທ່ານ Ted Osius ເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ໄດ້ປະກາດໂຄງການອະນຸລັກຮັກສາສັດປ່າປະເພດຫາຍາກ ໂດຍອົງການພັດທະນາສາກົນ ຂອງ ອາເມລິກາ ອຸປະຖຳ ລວມມູນຄ່າ 10 ລ້ານ USD. ໂຄງການດັ່ງກ່າວໄດ້ຮັບການປະຕິບັດໃນໄລຍະ 5 ປີ ຈະຊ່ວຍຫລຸດຜ່ອນຄວາມຕ້ອງການໃນການນຳໃຊ້ບັນດາຜະລິດຕະພັນທີ່ຜິດກົດໝາຍຈາກສັດປ່າ ພ້ອມທັງປັບປຸງ ແລະ ເປັນເອກະພາບກອບກົດໝາຍໃຫ້ແກ່ການເຄື່ອນໄຫວຕ້ານອາດຊະຍາກຳກ່ຽວກັບສັດປ່າຢູ່ຫວຽດນາມ.