ອາເມລິກາ,ອີຣານກະກຽມປະຕິບັດຮອບເຈລະຈາໃຫມ່ກ່ຽວກັບບັນຫານິວເຄຼຍ

ອາເມລິກາ,ອີຣານກະກຽມປະຕິບັດຮອບເຈລະຈາໃຫມ່ກ່ຽວກັບບັນຫານິວເຄຼຍ - ảnh 1
​ພາບ​ປະ​ກອບ:internet

(vovworld)-​ວັນ​ທີ 19/2, ຢູ່ ນະ​ຄອນ​ຫລວງ ເຊີ​ແນວ ປະ​ເທດ ສະ​ວິດ, ບັນ​ດາ​ນັກ​ເຈ​ລ​ະ​ຈາ ຂອງ​ອາ​ເມ​ລິ​ກາ ແລະ ອີ​ຣານ ຈະ​ຈັດ​ການ​ປະ​ຊຸມ​ເພື່ອ​ປະ​ຕິ​ບັດ​ຮອບ​ເຈ​ລະ​ຈາ​ໃຫມ່ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. ບັນ​ດາ​ການ​ເຈ​ລະ​ຈາ​ສອງ​ຝ່າຍ ຈະ​ດຳ​ເນີນ​ໄປ​ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ​ນິວ​ເຄຼຍ ລະ​ຫວ່າງ ອ​ີ​ຣ​ານ ແລະ ກຸ່ມ P5+1. ອີ​ຣານ ແລະ ກຸ່ມ P5+1 ພວມ​ມານ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ ເພື່ອ​ຮັບ​ປະ​ກັນ ເລື່ອງ​ອີ​ຣ​ານ ບໍ່​ສືບ​ຕາມ​ຈຸດ​ປະ​ສົງ​ຜະ​ລິດ​ລູກ​ລະ​ເບີດ​ນິວ​ເຄຼຍ, ແລກ​ເອົາ​ຄຳ​ສັ່ງ​ຂວ້ຳ​ບາດ​ສາ​ກົນ​ສຳ​ລັບ​ບັນ​ດາ​ປະ​ເທດ ອິດ​ສະ​ລາມນີ້​ ຈະ​ຖືກ​ຜ່ອນ​ຄາຍ​ລົງ.

ຂ່າວ/ບົດ​ອື່ນ