(vovworld) - ວັນທີ 20/12, ທ່ານປະທານນາທິບໍດີອາເມລິກາ Barack Obama ໄດ້ມອບກົດລະບຽບ “ການພົວພັນດ້ານການຄ້າເປັນປົກກະຕິຕະຫຼອດການ” (PNTR) ກັບລັດເຊຍ. ການກະທຳດັ່ງກ່າວໄດ້ເກີດຂຶ້ນພາຍຫຼັງທີ່ສະພາແຫ່ງຊາດອາເມລິກາ ໄດ້ປ່ອນບັດຮັບຮອງເອົາເລື່ອງຢຸດຕິບັນດາການຂວ້ຳບາດດ້ານການຄ້າແຕ່ສະໄໝສົງຄາມເຢັນ ທີ່ມີຕໍ່ລັດເຊຍ ພາຍຫຼັງ ມົດສະກູ ເຂົ້າຮ່ວມອົງການການຄ້າໂລກ (WTO). ໃນຖະແຫຼງການຂອງຕົນ, ທ່ານປະທານາທິບໍດີ Obama ໃຫ້ຮູ້ວ່າ “ສະຫະພັນລັດເຊຍ ໄດ້ປະຕິບັດລະບຽບການຢ່າງຄົບຖ້ວນການອົບປະອົບຢ່າງເສລີ ລະບຽບກົດໝາຍ Jackson – Vanik ປີ 1974” ຢ່າງຄົບຖ້ວນ. Jackson – Vanik ໄດ້ຖືວ່າແມ່ນລະບຽບກົດໝາຍດ້ານການຄ້າແຕ່ສະໄໝສົງຄາມເຢັນ, ໃນນັ້ນມີຂໍ້ມາດຕາຕິດພັນກັບບັນດາລະດັບພາສີບຸລິມະສິດຂອງອາເມລິກາ ທີ່ມີຕໍ່ການໄປມາຢ່າງເສລີຂອງຊາວຢີວ ຢູ່ລັດເຊີຍ ໃນເມື່ອກ່ອນ. ແຕ່ວ່າ, ໃນສະພາບທີ່ລັດເຊຍ ເຂົ້າຮ່ວມ WTO, ສະພາແຫ່ງຊາດອາເມລິກາ ໄດ້ຮັບຮອງເອົາກົດໝາຍອະນຸຍາດໃຫ້ທ່ານປະທານາທິບໍດີ Obama ມອບ PNTR ໃຫ້ຝ່າຍລັດເຊຍ ເພື່ອຮັບປະກັນໃຫ້ບັນດາບໍລິສັດຂອງອາເມລິກາ ໄດ້ແບ່ງຜົນປະໂຫຍດຢ່າງຄົບຖ້ວນ ເມື່ອ ມົດສະກູ ກ່າຍເປັນສະມາຊິກສົມບຸນຂອງອົງການ WTO.