ອາເມລິກາຮຽກຮ້ອງຈີນຢຸດຕິບັນດາການເຄື່ອນໄຫວກໍ່ສ້າງເກາະທຽມຢ່າງຜິດກົດໝາຍຍຢູ່ທະເລຕາເວັນອອກ

ອາເມລິກາຮຽກຮ້ອງຈີນຢຸດຕິບັນດາການເຄື່ອນໄຫວກໍ່ສ້າງເກາະທຽມຢ່າງຜິດກົດໝາຍຍຢູ່ທະເລຕາເວັນອອກ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ Ashton Carter
ຕອນຮັບ​ຮອງ​ປະທານ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ຈີນ
(ພາບ: AFP)


(vovworld) - ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ​ຈີນ ຟານ​ຈາງ​ລອງ, ທີ່​ພວມ​ຢ້ຽມຢາມ ວໍ​ຊິງ​ຕັນ ​ໃນ​ວັນ​ທີ 11/6, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ​ໄດ້ຮຽກຮ້ອງ​ປັກ​ກິ​ງ ​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດໝາຍ​ຢູ່​​ເຂດ​ທະ​ເລ​ທີ່​ພວມ​ຂັດ​ແຍ້​ງກັນ​ໃນທະ​ເລ​ຕາ​ເວັນ​ອອກ. ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ Ashton Carter ​ໄດ້​ກ່າວ​ຫາ​ປັກ​ກິ​ງ ມີ​ການ​ກະທຳ​ບໍ່​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ສາກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ​ໃນ​ວັນ​ດຽວ​ກັນ, ສື່​ສານ​ຟີ​ລິບ​ປິນ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Angel Alcala, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ສິ່ງ​ແວດ​ລ້ອມ​ຟີ​ລິບ​ປິນ, ທັງ​ແມ່ນ​ນັກວິທະຍາສາດ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ສາກົນ, ​ໂດຍ​ຖື​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຂອງ​ປັກ​ກິ​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ອາດ​ຈະ​ກໍ່​ໃຫ້​ເກີດ​ການ​ກະທົບ​ທີ່​ຫຍໍ້​ທໍ້​​ເຖິງ​ຊີວະ​ນາໆ​ພັນ, ສົ່ງ​ຜົນ​ສະທ້ອນ​ເຖິງ​ແຫຼ່ງຜົນປະ​ໂຫຍ​ດສິນ​ໃນ​ນຳ້​ຢູ່​ເຂດ​ທະ​ເລ​ນີ້, ພິ​ເສດ​ແມ່ນ​ສຳລັບ​ຫວຽດນາມ ​ແລະ ຟີ​ລິບ​ປິນ.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອົດ​ສະ​ຕາ​ລີ Jukie Bishop ກໍ່​ຢືນຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ Canberra ​ແມ່ນ​ຄັດຄ້ານ​ເລື່ອງ​ຈີນ​ອາດ​ຈະ​ປະກາດ​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ