ອາເມລິກາຮຽກຮ້ອງຍີ່ປຸ່ນ ຈົ່ງປັບປຸງການພົວພັນກັບ ບັນດາປະເທດບ້ານໃກ້ ເຮືອນຄຽງ


ອາເມລິກາຮຽກຮ້ອງຍີ່ປຸ່ນ ຈົ່ງປັບປຸງການພົວພັນກັບ ບັນດາປະເທດບ້ານໃກ້ ເຮືອນຄຽງ - ảnh 1

ທ່ານ Chuck Gagel ​ແລະ ທ່ານ Itsunori Onodera ​ເມື່ອ​ເດືອນ 4/2013

 (ພາບ: AP)

 (vovworld)-ວັນ​ທີ 4/1, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Gagel ​ໄດ້​ໂອ​ລົມ​ທາງ​ໂທລະສັບ​ກັບຄູ່​ຕຳ​ແໜ່​ງຍີ່ປຸ່ນ, ​ທ່ານ Itsunori Onodera ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ, ​ໃນ​ນັ້ນທ່ານ​ຮຽກຮ້ອງ​ໃຫ້ຍີ່ປຸ່ນ ​ຈົ່ງ​ປັບປຸງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

  ກ່ຽວ​ກັບ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ, ທ່ານ​ເຈົ້າຂອງ​ທຳນຽບ 5 ​ແຈ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຍີ່ປຸ່ນ ​ໃນ​ການ​ຮັບປະກັນ​ການ​ເຊັນ​ອະນຸມັດ​ໜັງສື​ອະນຸຍາດ​ກໍ່​ສ້າ​ງ​ຮາກ​ຖານ​ການ​ທະຫານ​ແຫ່ງ​ໃໝ່ ​ແທນ​ໃຫ້​ຖານ​ທີ່ໝັ້ນ Futenma. ທ່ານ​ລັດຖະມົນຕີ Chuck Gagel ກໍ່ຍົກ​ສູງ​ຂໍ້​ຕົກລົງ​ເຈລະຈາ​ສັນຍາ​ຄຸ້ມຄອງ​ສິ່ງ​ແວດ​ລ້ອມ​ສອງ​ຝ່າຍ​ກັບ​ຍີ່ປຸ່ນ ​ເພື່ອ​ສ້າງ​ຂອບ​ເຂດ​ແກ້​ໄຂ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ​ເກີດ​ຂຶ້ນ​ຈາກ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ ຢູ່​ຍີ່ປຸ່ນ ​ເປັນ​ຢ່າງ​ດີ.

  ສອງ​ຝ່າຍ​ຍັງ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ ຣາດາ ປ້ອງ​ກັນ​ລູກ​ສອນ​ໄຟ TPY-2 ​ໄປ​ຍີ່ປຸ່ນ ​ແລະ ​ແຜນການ​ສະ​ເໜີ “​​ແນວທາງ​ຊີ້​ນຳ​ການ​ຮ່ວມ​ມື​ດ້ານ​ການປ້ອງກັນຊາດລະຫວ່າງອາເມລິກາ-ຍີ່ປຸ່ນ ມຸ່ງໄປສູ່ອະຍນາຄົດ“./.

 

ຂ່າວ/ບົດ​ອື່ນ