ອາເມລິກາເພີ່ມງົບປະມານອຸປະຖຳການທະຫານໃຫ້ແກ່ອາຊີຕາເວັນອອກສຽງໃຕ້

ອາເມລິກາເພີ່ມງົບປະມານອຸປະຖຳການທະຫານໃຫ້ແກ່ອາຊີຕາເວັນອອກສຽງໃຕ້ - ảnh 1
ທ່ານ Chuck Hage ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ
ພາບ: internet


(vovworld)-​ໃນ​ການ​ປະຕິບັດ​ງານ​ມາ​ເປັນ​ເວລາ 1 ອາທິດ(​ແຕ່​ວັນ​ທີ 22/8) ຢູ່ 4 ປະ​ເທດ​ອາຊີ​ຕ​າ​ເວັນ​ອອກສຽງ​​ໃຕ້ ຄື: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ບຣູ​ໄນ ​ແລະ ຟິລີບ​ປີນ, ທ່ານ Chuck Hagel ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ຄືນ​​ເຖິງ​ ຄຳ​ໝັ້ນ​ສັນຍາ​ຫັນ​ຈຸດ​ສຸມ​ດ້ານ​ປ​້ອງກັນຄວາມ​ສະຫງົບ​ຂອງ​ອາ​ເມ​ລິ​ກາ​ໄປ​ຍັງ​ພາກ​ພື້ນ ອາຊີ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ທຳນຽບ 5 ​ແຈ ພວມ​ເພີ່ມ 50% ​ງົບປະມານ​ເພື່ອ​ຫນູນ​ຊ່ວຍ ​ແລະ ບ​ຳລຸງ​ສ້າງ​ທະຫານຕ່າງປະ​ເທດ ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ໂຄງການ​ຫນູນ​ຊ່ວຍ​ທະຫານ​ຕ່າງປະ​ເທດ​ ​ແມ່ນ​ສະຫນອງ​ບັນດາ​ບ້ວງ​ເງິນອຸປະ​​​​ຖຳ ຫລື ​ໃຫ້​ກູ້​ຢືມ​ທຶນເພື່ອ​ຊ່ວຍ​ບັນດາ​ປະ​ເທດ​ເຫົຼ່ານັ້ນ​ຊື້​ອາວຸດ​ຂອງ​ອ​າ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ