(vovworld) – ກະຊວງການຕ່າງປະເທດ ອາເມລິກາ ປະກາດເມື່ອວັນທີ 13/3 ວ່າ: ອາເມລິກາ ແລະ ກູບາ ຈະດຳເນີນການເຈລະຈາຮອບທີ 3 ກ່ຽວກັບສ້າງການພົວພັນເປັນປົກກະຕິໃນຕົ້ນອາທິດໜ້າຢູ່ ລາຮາວານ, ປະເທດ ກູບາ. ເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານນາງ Roberta Jacobson, ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ຮັບຜິດຊອບບັນຫາໜ່ວຍໂລກຕາເວັນຕົກ ຈະເດີນທາງອອກຈາກ ວໍຊິງຕັນ ໄປລາຮາວານ ໃນວັນທີ 15/3 ເພື່ອດຳເນີນການເຈລະຈາຮອບທີ 3 ກັບທ່ານນາງ Josefina Vidal, ຫົວໜ້າຄະນະ, ຫົວໜ້າກົມ ອາເມລິກາ ຂຶ້ນກັບກະຊວງການຕ່າງປະເທດ ກູບາ. ຮອບເຈລະຈາທີ 3 ຈະເລີ່ມດຳເນີນໃນວັນທີ 16/3 ແລະ ອາດຈະແກ່ຍາວເປັນເວລາ 2, 3 ວັນ. ຮອບເຈລະຈາໃໝ່ໄດ້ຮັບການຈັດຕັ້ງດ້ວຍຄວາມຫວັງ 2 ປະເທດອາດຈະບັນລຸຈຸດໝາຍເປີດສະຖານທູດຂອງ ວໍຊິງຕັນ ປະຈຳ ລາຮາວານ ກ່ອນທີ່ຈັດກອງປະຊຸມສຸດຍອດທະວີບ ອາເມລິກາ, ທີ່ດຳເນີນໄປຢູ່ Panama ໃນເດືອນ 4 ຈະມາເຖິງ, ເຊິ່ງ ທ່ານປະທານາທິບໍດີ Barack Obama ແລະ ປະທານ Raul Castro ລ້ວນແຕ່ມີແຜນການເຂົ້າຮ່ວມ. ຝ່າຍ ອາເມລິກາ ໃຫ້ຮູ້ວ່າ, ເຖິງວ່າບໍ່ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການສ້າງການພົວພັນເປັນປົກກະຕິກໍ່ຕາມ, ແຕ່ ອາເມລິກາ ພວມ ຕັ້ງໜ້າຄິດໄລ່ຊັ່ງຊາເພື່ອລົບຊື່ ກູບາ ອອກຈາກບັນຊີລາຍຊື່ບັນດາປະເທດທີ່ ອຸປະຖຳໃຫ້ແກ່ການກໍ່ການຮ້າຍ.