ອາເມລິກາແລະກູບາເຫັນດີດຳເນີນການເຈລະຈາຢ່າງເປັນທາງການ
(ທ່ານປະທານາທິບໍດີອາເມລິກາ Barack Obama)
(vovworld) - ພາຍຫຼັງມື້ໜຶ່ງທີ່ປະທານປະເທດກູບາ Raul Castro ແລະ ປະທານາທິບໍດີອາເມລິກາ Barack Obama ເຫັນດີປະກາດຂໍ້ຕົກລົງປະຫວັດສາດນັ້ນແມ່ນ ສ້າງການພົວພັນທາງການທູດເປັນປົກກະຕິ, ພາຍຫຼັງທີ່ຖືກຢຸດຕິເປັນເວລາເຄິ່ງສະຕະວັດນັ້ນ, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ການເຈລະຈາຢ່າງເປັນທາງການເພື່ອມຸງໄປເຖິງການສ້າງການພົວພັນເປັນປົກກະຕິລະຫວ່າງສອງປະເທດ, ຈະດຳເນີນຢູ່ນະຄອນຫຼວງລາຮາວານ ໃນທ້າຍເດືອນ 1/2015. ວັນທີ 18/12, ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ, ຜູ້ຮັບຜິດຊອບເຄິ່ງໜ່ວຍໂລກຕາເວັນຕົກ, ທ່ານນາງ Roberta Jacobson ໃຫ້ຮູ້ວ່າ, ສອງປະເທດພວມປຶກສາຫາລືກ່ຽວກັບຄວາມສາມາດຍົກລະດັບການເຈລະຈາ, ເຊິ່ງທັງສອງຝ່າຍໄດ້ສ້າງແຜນການ ເພື່ອປຶກສາຫາລືກ່ຽວກັບບັນຫາເຂົ້າອາໄສ. ຕາມທ່ານນາງ Roberta Jacobson ແລ້ວ, ດ້ວຍການຍົກລະດັບການເຈລະຈາ. ອາເມລິກາ ແລະ ກູບາ ຈະໝູນໃຊ້ໂອກາດເພື່ອປຶກສາຫາລືກ່ຽວກັບບັນຫາເຂົ້າອາໄສ ກໍ່ຄືບັນຫາອື່ນໆອີກ. ທ່ານນາງຍັງໃຫ້ຮູ້ຕື່ມອີກວ່າ, ວົງການເຈົ້າໜ້າທີ່ອາເມລິກາ ເລີ່ມພິຈາລະນາເລື່ອງນຳກູບາ ອອກຂາກບັນຊີລາຍຊື່ບັນດາປະເທດອຸປະຖຳການກໍ່ການຮ້າຍ, ນີ້ແມ່ນປັດໃຈສຳຄັນເພື່ອໃຫ້ອາເມລິກາ ຢຸດຕິບັນດາຄຳສັ່ງລົງໂທດທີ່ມີຕໍ່ປະເທດກູບາ.