ນະຄອນ Stepanakert ເມືອງເອກ Nagorny Karabakh
AFP/TTXVN
|
(vovworld)- ວັນທີ 4/4, ທ່ານ John Kerry ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ແລະຄູ່ຕຳແຫນ່ງ ລັດເຊຍ Sergei Lavrov ໄດ້ມີການໂອ້ລົມສົນທະນາທາງໂທລະສັບກ່ຽວກັບບັນດາຄວາມມານະພະຍາຍາມ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຢູ່ເຂດ Nagorny Karabakh ແລະ ວິທີການຊຸກຍູ້ ອາກເມນີ(Armenia) ແລະ ອາແຊກໄບຢານ(Azerbaijan) ເພື່ອເຊື່ອມຕໍ່ການເຈລະຈາ. ທ່ານ Mark Toner, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ລັດຖະມົນຕີວ່າການກະຊວງການຕ່າງປະເທດສອງປະເທດ ໄດ້ປຶກສາຫາລືບັນດາຄວາມມານະພະຍາຍາມເພື່ອຢຸດຕິການໃຊ້ຄວາມຮຸນແຮງຢູ່ລຽບຕາມເສັ້ນຊາຍແດນໃນເຂດ Nagorny Karabakh ຢ່າງທັນທີ ພ້ອມທັງສົ່ງເສີມທັງ ອາກເມນີ ແລະ ອາແຊກໄບຢານ ເຊື່ອມຕໍ່ການເຈລະຈາພາຍໃຕ້ການອຸປະກະລະຂອງອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມືເອີລົບ (OSCE). ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ ແລະ ອາເມລິກາ ໄດ້ສະແດງຄວາມວິຕິກັງວົນຢ່າງເລິກເຊິ່ງ ຕໍ່ຫນ້າສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ ເຂດ Nagorny Karabakh ພ້ອມທັງຮຽກຮ້ອງ ອາກເມນີ ແລະ ອາແຊກໄບຢານ ຢຸດຕິບັນດາການກະທຳດ້ານການທະຫານຢ່າງທັນທີ.
ໃນຂະນະນັ້ນ ຄ່ຳຄືນວັນທີ 4/4, ກະຊວງປ້ອງກັນປະເທດ ອາກເມນີ ໄດ້ປະກາດວ່າ ສະພາວະການຮົບຍັງຄົງສືບຕໍ່ເກີດຂຶ້ນຢູ່ເສັ້ນຊາຍແດນ Nagorny Karabakh.