ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Ashton Carter
(ພາບ: TTXVN)
(vovworld) - ວັນທີ 30/09 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Ashton Carter ໄດ້ເປັນປະທານກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບໍ່ເປັນທາງການລະຫວ່າງ ອາເມລິກາ - ອາຊຽນ ຢູ່ Hawaii, ປຶກສາຫາລືກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບໃນພາກພື້ນ ແລະ ຢືນຢັນຄືນໃໝ່ຍຸດທະສາດ “ຫັນປ່ຽນ” ຂອງ ອາເມລິກາ ໄປສູ່ ອາຊີ - ປາຊີຟິກ ຍັງຄົງໄດ້ຮັບການສືບຕໍ່ໃນອາຍຸການຂອງປະທານາທິບໍດີ ຄົນໃໝ່. ກ່າວຄຳເຫັນຕໍ່ຄູ່ຕຳແໜ່ງ ອາຊຽນ, ທ່ານ Carter ຖະແຫຼງວ່າ ຍຸດທະສາດສ້າງຄວາມດຸ່ນດ່ຽງຄືນໃໝ່ຫັນປ່ຽນໄປສູ່ ອາຊີ - ປາຊີຟິກ ແມ່ນເສົ້າຄ້ຳໃນນະໂຍບາຍການຕ່າງປະເທດຂອງທ່ານປະທານາທິບໍດີ Barack Obama, ຕາມນັ້ນແລ້ວ ວໍຊິງຕັນ ຫັນປ່ຽນຈຸດສູມນະໂຍບາຍຈາກພາກພື້ນຕາເວັນອອກກາງ ໄປສູ່ ອາຊີ - ປາຊີຟິກ. ຕາມທ່ານ Carter ແລ້ວ ອາເມລິກາ ຢືນຢັນຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມື ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານປ້ອງກັນຄວາມສະຫງົບລວມຂອງພາກພື້ນ. ນອກນັ້ນ ຕາມທ່ານ Carter ແລ້ວ, ໜຶ່ງໃນບັນດາສິ່ງທ້າທາຍຕົ້ນຕໍແມ່ນການເຄື່ອນໄຫວຂອງ ຈີນ ຢຸ່ທະເລຕາເວັນອອກ.