ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ
ຕ້ອນຮັບທ່ານ ຮ່ວາງບິ່ງກວນ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 22/01, ຢູ່ນະຄອນຫລວງ ວຽງຈັນ ລາວ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບທ່ານ ຮ່ວາງບິ່ງກວນ ກຳມະການສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ທູດພິເສດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ.
ທີ່ການຕ້ອນຮັບ,ທ່ານ ຮ່ວາງບິ່ງກວນ ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດ ລາວ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປ່ຽນໃໝ່, ປະຊາຊົນ ລາວ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກຢ່າງມີໄຊ; ກໍ່ສ້າງສຳເລັດປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມຄາດໝາຍສັງຄົມນິຍົມ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ຮັກສາ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫລັງ ກ່ຽວກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.
ສ່ວນທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ອວຍພອນພັກກອມມູນິດ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກສຳເລັດຜົນຢ່າງຈົບງານ; ທ່ານສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ຍິ່ງໃຫຍ່ກ່ວາອີກ ໃນພາລະກິດປ່ຽນໃໝ່, ນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານຢ່າງໄວ.