ຮົ່ງກົງ ສະເຫຼືມສະຫຼອງ 15 ປີ ແຫ່ງວັນກັບຄືນສູ່ການປົກຄອງຂອງຈີນ

ຮົ່ງກົງ ສະເຫຼືມສະຫຼອງ 15 ປີ ແຫ່ງວັນກັບຄືນສູ່ການປົກຄອງຂອງຈີນ - ảnh 1
( ທີ່ພິທີສະ​ເຫຼື​ມສະ​ຫຼອງ )

( vovworld ) -   ວັນ​ທີ 1/7, ຮົ່ງກົງ ສະ​ເຫຼື​ມສະ​ຫຼອງ 15 ປີ ​ແຫ່ງ​ວັນ​ກັບ​ຄືນສູ່​ການ​ປົກຄອງ​ຂອງ​ຈີນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານປະ​ເທດ ຫູ​ຈີນ​ເທົ່າ. ກ່ອນນີ້ 15 ປີ, ຮົ່ງກົງ​ ຖືກ​ມອບ​ໂອນ​ໃຫ້​ຈີນ​, ​ເປັນ​ຂີດ​ໝາຍ​ສິ້ນ​ສຸດກວ່າ 150 ປີ​ແມ່ນຫົວ​ເມືອງ​ຂອງ​ອັງກິດ. ກ່າວຄຳ​ເຫັນ​ທີ່​ພິທີ່,​ ທ່ານ​ປະທານປະ​ເທດຈີນ ຫູ​ຈີນ​ເທົ່າ ​ໄດ້​ຖື​ວ່າ, 15 ປີ​ທີ່​ຜ່ານ​ມາ, ພາຍ​​ໄຕ້​ທິດ​ນຳ​ທີ່​ວ່າ “ ປະ​ເທດ​ໜຶ່ງ​ສອງ​ລະບອບ, ຊາວ​ຮົ່ງກົງ​ຄຸ້ມ​ຄອງຮົ່ງກົງ ” ປະຊາຊົນ​ຮົ່ງກົງ ​ໄດ້​ຊົມ​ໃຊ້​ສິດ​ປະຊາທິປະ​ໄຕ ​ແລະ ​ເສລີ​ຢ່າງ​ກ້ວາ​ງຂວາງ​ທີ່​ສຸດ​ນັນ​ແຕ່​ກອນ​ມາ​ຮອດ​ປະ​ຈຸ​ບັນ. ພາຍຫຼັງ​ຖືກ​ຜົນ​ກະ​ທົບ​ຈາກວິ​ກິດ​ການ​ການ​ເງິນ​ສາກົນ, ​ເສດຖະກິດ​ຮົ່ງກົງ ພວມ​ພັດທະນາ​ຢ່າງ​ໝັ້ນຄົງ, ສືບ​ຕໍ່​ແມ່ນ​ສູນກາງ​ການ​ເງິນ, ການ​ຄ້າ ​ແລະ ຂົນ​ສົ່ງ​ທາງ​ທະ​ເລ​ສາກົນ, ຍາມ​ໃດ​ກໍ່​ໄດ້​ຮັບການ​ຕີ​ລາຄາ​ວ່າ ​ແມ່ນ​ພື້ນຖານ​ເສດຖະກິດ​ເສລີ, ​ເປີດ​ປະຕູ ​ແລະ ມີ​ການ​ແກ່ງ​ແຍ້​ງ​ທີ່​ສຸດ​ໃນ​ທົ່ວ​ໂລກ. ທ່ານ​ປະທານ​ປະ​ເທດ ຫູ​ຈີນ​ເທົ່າ ຫວັງ​ວ່າ, ​ໃນ​ໄລ​ໄຍະ 5 ປີ​ທີ່​ຈະ​ມາ​ເຖິງ ຮົ່ງກົງ ຈະ​ມານະ​ພະຍາຍາມ​ຊຸກຍູ້​ສັງຄົມກົມກຽວ, ມີ​ສະຖຽນ​ລະ​ພາບ, ຍົກ​ສູງ​ການ​ແກ່ງ​ແຍ້​ງ ​ແລະ ບຳລຸງ​ສ້າງ​ຜູ້​ເກັ່ງ​ກ້າສາມາດ.

ຂ່າວ/ບົດ​ອື່ນ