ຮູງກາຣີສະໜັບສະໜູນຫວຽດນາມໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ

ຮູງກາຣີສະໜັບສະໜູນຫວຽດນາມໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ - ảnh 1
ການເຮັດວຽກຂອງຂອງຄະນະ

(​vovworld) – ຮູ​ງກາຣີ ສະໜັບສະໜູນ​ຫວຽດນາມ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ - ນີ້​ແມ່ນ​ຄຳຢືນຢັນ​ຂອງ​ທ່ານ Nemeth Zolt, ລັດຖະມົນຕີ, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຮູ​ງກາຣີ ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ​ນາງ ຮ່າ​ທິຄຽດ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ນຳ​ໜ້າ​ພວມ​ຢູ່​ຢ້ຽມຢາມ ຮູ​ງກາຣີ ​ໃນ​ວັນ​ທີ 13/8.

    ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ຮ່າ​ທິຄຽດ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແລະ ອີ​ຢູ ​ໄດ້​ເຊັນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ (PCA) ​ໃນ​ປີ 2012 ​ແລະ ພວມ​ຢູ່ໃນ​ວິວັດ​ການ​ເຈລະຈາ​ກັບ ອີ​ຢູກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ. ຫວຽດນາມ ສະ​ເໜີ​ ​ແລະ ປາດ​ຖະໜາ​ຢາກ ຮູ​ງກາຣີ ສະໜັບສະໜູນ​ເພື່ອ​​ໃຫ້​ສັນຍາ​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ. ທ່ານ​ນາງ ຮ່າ​ທິຄຽດ ກໍ່​ຢືນຢັນ​ວ່າ: ຫວຽດນາມ ມີ​ຄວາມ​ພາກພູມ​ໃຈ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ຮູ​ງກາຣີ János Áder ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 11 ຈະ​ມາ​ເຖິງ, ການ​ຢ້ຽມຢາມ​ຈະ​ຊຸກຍູ້​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ​ຍິ່ງກ່ວາ​ອີກ.

    ສ່ວນ​ທ່ານ Nemeth Zolt, ລັດຖະມົນຕີ​, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຮູ​ງກາຣີ, ຢືນຢັນ​ວ່າ:

    “ຫວຽດນາມ ສວມ​ບົດບາດ​ສຳຄັນ​ໃນ​ອາ​ຊຽນ ​ແລະ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຮູ​ງກາຣີ ກໍ່​ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ພາກ​ພື້ນ. ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫັນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ ຫວຽດນາມ ກໍ່​ແມ່ນ​ທິດ​ທາງຈຸດ​ສຸມ​​ເຊິ່ງພວກ​ເຮົາ​ພວມ​ປະຕິບັດ. ​ໃນ​ນັ້ນ, ບັນຫາ​ສຳຄັນ​ທີ່​ສຸດ​ແມ່ນ​ປົກ​ປັກ​ຮັດ​ສາ​ອະທິປ​ະ​ໄຕ​ຂອງ​ປະ​ເທດ​ຊາດ. ຮູງກາຣີ ສະໜັບສະໜູນ ຫວຽດນາມ​ ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ຄວາມ​ສະມັກ​ຄີ​ລະຫວ່າງ​ບັນດາ​ປະຊາ​ຊາດ ຮີ​ງກາຣີ ​ແລະ ຫວຽດນາມ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຄື​ພວມ​ເຮົາ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຕົນ.”


ຂ່າວ/ບົດ​ອື່ນ