ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ເງິນ​ຕາ, ຄວາມ​ປອດ​ໄພ​ຂອງ​ລະ​ບົບ ແລະ ການ​ຊຳ​ລະ​ທະ​ນາ​ຄານ​ໃຫ້​ລຸ​ລ່ວງ​ໃນ​ທຸກ​ກໍ​ລະ​ນີ

(VOVWORLD) -"ເປົ້າໝາຍສູງສຸດຂອງປີ 2023ຂອງທະນາຄານ ໃນປີ 2023 ແລະ ຊຸມປີຕໍ່ໄປ ແມ່ນຕ້ອງຮັບປະກັນຄວາມໝັ້ນຄົງດ້ານເງິນຕາ, ຄວາມປອດໄພຂອງລະບົບ ແລະ ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ວິສາຫະກິດ ແລະ ບັນດາເຈົ້າກຳທີ່ກ່ຽວຂ້ອງ. "
 ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ເງິນ​ຕາ, ຄວາມ​ປອດ​ໄພ​ຂອງ​ລະ​ບົບ ແລະ ການ​ຊຳ​ລະ​ທະ​ນາ​ຄານ​ໃຫ້​ລຸ​ລ່ວງ​ໃນ​ທຸກ​ກໍ​ລະ​ນີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 28 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍໜ້າທີ່ທະນາຄານປີ 2023 ໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດຂຶ້ນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ

ເປົ້າໝາຍສູງສຸດຂອງປີ 2023ຂອງທະນາຄານ ໃນປີ 2023 ແລະ ຊຸມປີຕໍ່ໄປ ແມ່ນຕ້ອງຮັບປະກັນຄວາມໝັ້ນຄົງດ້ານເງິນຕາ, ຄວາມປອດໄພຂອງລະບົບ ແລະ ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ວິສາຫະກິດ ແລະ ບັນດາເຈົ້າກຳທີ່ກ່ຽວຂ້ອງ. ພ້ອມກັນນັ້ນ ແມ່ນຮັບປະກັນການຊຳລະໃຫ້ລຸລ່ວງໃຫ້ທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ