(vovworld) - ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ ລາຍການຮັບປະກັນລາຄາສິນຄ້າເປັນປົກກະຕິໃນໂອກາດບຸນປີໃໝ່ ປີມະເມຍ 2014 ໄດ້ມີຈຸດໃໝ່ຫຼາຍຢ່າງ. ຖ້າຫາກໃນຊຸມປີກ່ອນໆ, ລາຍການພຽງໜູນຊ່ວຍທຶນໃຫ້ບັນດາວິສາຫະກິດ, ນັກແຈກຢາຍ, ປີນີ້ຈະໜູນຊ່ວຍໃຫ້ທັງ 3 ເປົ້າໝາຍແມ່ນຜູ້ຜະລິດ, ນັກແຈກຢ່າຍສິນຄ້າ ແລະ ວິສາຫະກິດຂົນສົ່ງສິນຄ້າ. ພ້ອມກັນນັ້ນ, ບັນດາສະຖານທີ່ຂາຍເຄື່ອງຮັບປະກັນລາຄາສິນຄ້າເປັນປົກກະຕິ ບໍ່ພຽງແຕ່ຮັບໃຊ້ໄລຍະກ່ອນປີໃໝ່ ແລະ ໃນໂອກາດປີໃໝ່ເທົ່ານັ້ນ, ຫາກຍັງຮັບໃຊ້ໃນໄລຍະພາຍຫຼັງບຸນປີໃໝ່ ເພື່ອປະຕິບັດການຮັບປະກັນລາຄາເປັນປົກກະຕິຢ່າງໝັ້ນຄົງອີກດ້ວຍ. ທ່ານ ຈູຊວນກຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດການຄ້າຮ່າໂນ້ຍ (Hapro), ເປັນໜຶ່ງໃນບັນດາຫົວໜ່ວຍໃຫ້ຄຳໝັ້ນສັນຍາປະຕິບັດການຂາຍເຄື່ອງເຂື່ອນທີ່ນັບຮ້ອຍຖ້ຽວ ຢູ່ບັນດາເຂດຊານນະຄອນຮ່າໂນ້ຍ ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເມຍ ໃຫ້ຮູ້ວ່າ.
“ຄະນະກຳມະການປະຊາຊົນນະຄອນ ໄດ້ໜູນຊ່ວຍບໍລິສັດໃຫຍ່ 126 ຕື້ດົງ ເພື່ອກະກຽມໃຫ້ໂຄງການຮັບປະກັນລາຄາເປັນປົກກະຕິຂອງສິນຄ້າ 7 ຢ່າງທີ່ຈຳເປັນ. ໄລຮອດເວລານີ້, ພວກຂ້າພະເຈົ້າໄດ້ກະກຽມສິນຄ້າຮັບປະກັນລາຄາເປັນປົກກະຕິຕົກເປັນມູນຄ່າ 200 ຕື້ດົງ. ນອກຈາກນັ້ນ, ຈຳນວນສິນຄ້າຮັບໃຊ້ໃນບຸນປີໃໝ່ ໄດ້ກະກຽມສິນຄ້າຮັບໃຊ້ໃນໂອກາດບຸນປີໃໝ່ກວ່າ 1000 ຕື້ດົງ. ພວກຂ້າພະເຈົ້າຈະແຈ້ງຂ່າວເຖິງພໍແມ່ນປະຊາຊົນບັນດາທ້ອງຖິ່ນ ເພື່ອໃຫ້ທຸກຄົນໄດ້ຮູ້ກ່ຽວກັບລາຍການຮັບປະກັນລາຄາເປັນປົກກະຕິຂອງບໍລິສັດ.”