ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕ້ອງມີການເຂົ້າຮ່ວມຂອງທັງປະຊາຊົນ ແລະ ວິສາຫະກິດ
(ພາບປະກອບ)
(vovworld) – ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຄຽງຂ້າງການເປັນເຈົ້າການ, ຄວາມມານະພະຍາຍາມຂອງລັດ, ການໜູນຊ່ວຍຂອງສາກົນ, ຕ້ອງມີການເຂົ້າຮ່ວມຢ່າງແທດຈິງຂອງປະຊາຊົນ, ບັນດາອົງການການເມືອງ - ສັງຄົມ, ກໍ່ຄືບັນດາວິສາຫະກິດ. ນັ້ນແມ່ນຄຳເຫັນຂອງທ່ານລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງວຽນມິງກວາງ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີວ່າການຕອບ” ວັນທີ 05/04. ຕາມທ່ານລັດຖະມົນຕີວ່າການ ຫງວຽນມິງກວາງ ແລ້ວ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 5 ປະເທດໃນໂລກທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ເຕື້ອງເຖິງບັນດາມາດຕະການແກ້ໄຂຂອງລັດຖະບານ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານລັດຖະມົນຕີວ່າການ ຫງວຽນມິງກວາງ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີໄດ້ປະກາດໃຊ້ຍຸດທະສາດ, ແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ໂຄງການຈຸດໝາຍແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ປີ 2015, ລັດຖະບານໄດ້ສະງວນຈຳນວນເງິນ 3.000 ຕື້ດົງ ເພື່ອລົງທຶນໃຫ້ບັນດາການເຄື່ອນໄຫວຮີບດ່ວນແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.