ຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນໜ້າທີ່ອັນດັບໜຶ່ງ

ຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນໜ້າທີ່ອັນດັບໜຶ່ງ - ảnh 1

ເວທີ​ປາ​ໄສ​ແຫ່ງ​ຊາດ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ
 (ພາບ: Nguyễn Dân/TTXVN)

(vovworld) – ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ທີ່​ເວທີ​ປາ​ໄສ​ແຫ່ງ​ຊາດ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເຊິ່ງຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 10/10. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ ການ​ຜັນ​ແປ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ມີ​ການ​ກະທົບ​ຢ່າງ​ວ່ອງ​ໄວ ​ແລະ ​ແຮງ​ເຖິງ​ຫວຽດນາມ, ອັນ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສົມບັດ​ໃຫ້​ແກ່​ປະຊາຊົນ. ​ໂດຍ​ຮັບ​ຮູ້​ໄດ້​ການ​ກະທົບ​ຢ່າງ​ຮ້າຍ​ແຮງ​ຂອງ​ການ​ປ່ຽນ​ແປງ​ດິນ​ຢ້າອາກາດ​ເຖິງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງປະ​ເທດ. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​​ແລະ​ເຊັນ​ສົນທິສັນຍາ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ອະນຸ​ສັນຍາ ກິ​ໂອ​​ໂຕ ຂອງ​ສະຫະ​ປະຊາ​ຊາດ ​ໂດຍ​ໄວ. ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ສາກົນ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ອັນໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ແກ່​ປະຊາ​ຄົມ. ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຊີ້​ແຈ້ງວ່າ:

ຫວຽດນາມ​ ຖື​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ແລະ ການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ​ແມ່ນ​ຄວາມ​ໝາຍ​ເປັນຕາ​ຍ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ຕັດສິນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ດັ່ງ​ນັ້ນ​ໄດ້​ສ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ ​ເທື່ອ​ລະ​ກ້າວ, ຍົກ​ສູງ​ວຽກ​ງານ​ໂຄສະນາ, ສ້າງ​ຄວາມ​ສາມາດ​ປ້ອງ​ກັນ, ຕ້ານ​ຢູ່​ກັບ​ທີ່

ຂ່າວ/ບົດ​ອື່ນ